ແຂວງບໍ່ແກ້ວ ປະກາດຮັບຮອງບ້ານປ້ອງກັນຊາດເຂັ້ມແຂງໄດ້ແລ້ວ 47 ບ້ານ

ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງ-ກໍ່ສ້າງກໍາລັງ, ວຽກງານຮັບປະກັນພະລາທິການ, ເຕັກນິກ ແລະ ວຽກງານພົວພັນ-ຮ່ວມມືສາກົນ ເຮັດໃຫ້ສະພາບລຽບຕາມບໍລິເວນຊາຍແດນມີຄວາມສະຫງົບໂດຍພື້ນຖານ.
ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ສໍາລັບວຽກງານເຄື່ອນ ໄຫວແກ້ໄຂໜໍ່ແໜງກໍ່ຄວາມບໍ່ສະຫງົບ ໄດ້ເອົາໃຈໃສ່ຊີ້ນໍາກໍາລັງ, ບັນດາກົມກອງເຫຼົ່າຮົບ-ວິຊາສະເພາະ, ຈັດຕັ້ງກໍາລັງອອກເຄື່ອນໄຫວ, ອັດປ່ອງຂ້າມລອຍຢູ່ລຽບ ຕາມຊາຍ ແດນລາວ-ໄທ, ລາວ-ມຽນມາ ແລະ ບັນດາເກາະ-ດອນ, ໃນຂອບເຂດຊາຍແດນ, ແມ່ນໍ້າຂອງ, ຈຸດສຳຄັນ, ຈັດຕັ້ງກໍາລັງອອກຊອກຄົ້ນສັດຕູ ຢູ່ປ່າຂອບ ເຂດທຸລະກັນດານຢ່າງເປັນປົກກະຕິ, ວຽກງານກໍ່ສ້າງຮາກຖານການ ເມືອງ ໄດ້ຈັດ ຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານການເມືອງ, ຕາມການຕົກລົງຂອງແຂວງໂດຍປະສານສົມທົບກັບພະນັກງານຂອງແຂວງ, ຂອງເມືອງ, ທີ່ປະຈຳຢູ່ແຕ່ລະຈຸດ, ແຕ່ລະບ້ານ ນອກນີ້ຍັງໄດ້ລົງປະເມີນສ້າງຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງ ແລະ ໄດ້ລົງປະກາດສໍາເລັດແລ້ວ 5 ເມືອງ ຄື: ຫ້ວຍຊາຍ, ເມືອງເມິງ, ຜາອຸດົມ ແລະ ປາກທາ ລວມມີ: 16 ບ້ານ, ປັດຈຸບັນ ໃນທົ່ວ ແຂວງ ສາມາດປະກາດຮັບຮອງບ້ານປ້ອງ ກັນຊາດເຂັ້ມແຂງ ໄດ້ແລ້ວ 47 ບ້ານ, ມີ 5.323 ຄອບຄົວ, ມີພົນລະເມືອງ 26.302 ຄົນ, ຍິງ 12.172 ຄົນ.
ພົນຈັດຕະວາ ບຸນມີ ພາມີໄຊ ໃຫ້ຮູ້ຕື່ມວ່າ: ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ມີໝາກຜົນຕົວຈິງ ໂດຍສະເພາະເຮັດໃຫ້ ແຂວງບໍ່ແກ້ວ, ມີສະຖຽນລະພາບ ທາງດ້ານການເມືອງ ມີຄວາມສະຫງົບປອດໄພທາງດ້ານສັງຄົມ, ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນສັງຄົມໃຫ້ທັນເວລາ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃນທຸກດ້ານເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຍົກລະດັບຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ດີຂຶ້ນ, ເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ, ຈີນ, ໄທ, ມຽນມາ ແລະ ຮ່ວມມືຮອບດ້ານກັບກອງບັນຊາການທະຫານເຂດ II, ກອງບັນຊາການທະຫານ ທະຫານແຂວງລາວກາຍ ສສ ຫວຽດນາມ ທີ່ໄດ້ເປັນກົມກອງແຮກສ່ຽວ ກັບກອງບັນຊາການທະຫານແຂວງບໍ່ແກ້ວ, ສືບຕໍ່ປະຕິບັດກົດໝາຍລາດຕະເວນ ຮ່ວມກັນ 4 ຝ່າຍຕາມລໍາແມ່ນໍ້າຂອງຕອນເໜືອໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ.
Cr: ເຄນໄຊ






