ແຂວງບໍ່ແກ້ວ ປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ໃນຕອນເຊົ້າຂອງວັນທີ 22 ມີນາ 2025 ແຂວງ ບໍ່ແກ້ວໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ທີ່ ຫໍວັດທະນະທໍາແຂວງ ໂດຍເປັນກຽດເຂົ້າຮ່ວມ ແລະ ໃຫ້ກຽດກ່າວປາຖະກະຖາຂອງສະຫາຍ ປອ ທອງຈັນ ມະນີໄຊ ກໍາມະການສູນ ກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ.
ການປາຖະກະຖາຄັ້ງນີ້ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ພະນັກງານ, ທະຫານ- ຕໍາຫລວດ, ນັກຮຽນຮູ້ປັນຍາຊົນ, ພໍ່ແມ່ປະຊາຊົນອ້ອມຂ້າງແຂວງ ໄດ້ຮັບຮູ້-ເຂົ້າໃຈທາດແທ້ມູນເຊື້ອອັນດີງາມຂອງພັກ ແນໃສ່ສັນລະເສີນຄຸນງາມຄວາມດີຂອງບັນດາບັນພະບູລຸດຜູ້ທີ່ເສຍ ສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ ແລະ ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມນັ້ນ, ສະຫາຍ ປອ ທອງຈັນ ມະນີໄຊ ເຈົ້າ ແຂວງ ບໍ່ແກ້ວ ຍັງໄດ້ຍົກໃຫ້ເຫັນເຖິງປະຫວັດ, ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປ ລາວ ຕະຫຼອດ 70 ປີຜ່ານມາ, ນັບແຕ່ມື້ສ້າງຕັ້ງພັກຂຶ້ນ ກໍໄດ້ປະເຊີນກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍກາດກວ່າເກົ່າ, ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະກໍາອັນໜັກໜ່ວງເພື່ອນໍາພາ-ຊີ້ນໍາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ່ງຕີນມືປະຕິການຢ່າງດຸເດືອດຂ້ຽວຂາດ ກ້າວສູ່ການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາມາເປັນແຕ່ລະໄລຍະ, ຕະຫຼອດ 70 ປີ ພັກເຮົາໄດ້ນໍາພາ ແລະ ແບກຫາບພາລະກໍາປະຫວັດສາດອັນຍິ່ງໃຫຍ່ ໃນແຕ່ລະໄລຍະທີ່ແຕກຕ່າງກັນ ສາມາດປະຕິບັດພາລະກໍາປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ.
ພາຍຫຼັງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ພັກໄດ້ນໍາພາປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກ ປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ຜົນສໍາເລັດສໍາຄັນ ແລະ ເປັນພື້ນຖານກວ່າໝູ່ ແມ່ນຄວາມເປັນເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ຊາດໄດ້ຮັບການປົກປັກຮັກສາໄດ້ຢ່າງໝັ້ນຄົງ, ລະບອບປະຊາທິ ປະໄຕປະຊາຊົນມີສະຖຽນລະພາບທາງດ້ານການເມືອງໜັກ ແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ດ້ານວັດທະນະທໍາ-ສັງຄົມໄດ້ຮັບການພັດທະນາມີຄວາມສີວິໄລໃນແຕ່ລະໄລຍະ, ເສດຖະກິດໄດ້ຮັບການຂະຫຍາຍຕົວດ້ວຍຈັງຫວະດີຂຶ້ນຕໍ່ເນື່ອງ ແລະ ຖືກທິດ ລວມຍອດຜະລິດຕະພັນພາຍໃນ ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງປະຊາຊົນເຮົານັບມື້ເພີ່ມຂຶ້ນ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການເໜັງຕີງຂຶ້ນ-ລົງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ ລວມທັງບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໄດ້ຮັບການແກ້ໄຂ ແລະ ມີທ່າອ່ຽງດີຂຶ້ນເທື່ອລະກ້າວ.
ຂ່າວ: ນ.ຄໍາມ່ວນ ແກ້ວດວງຕາ




