ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຜົ້ງສາລີ ປະດັບຫລຽນມິດຕະພາບ ໃຫ້ກົມກອງ ແລະ ບຸກຄົນ ແຂວງດຽນບຽນ

Dec 26, 2024

ແຂວງຜົ້ງສາລີ ປະດັບຫລຽນມິດຕະພາບ ໃຫ້ກົມກອງ ແລະ ບຸກຄົນ ແຂວງດຽນບຽນ
ພິທີປະດັບຫລຽນໄຊ ແລະ ຫລຽນກາມິດຕະພາບ ຂອງ ສປປ ລາວ ໃຫ້ກັບກົມກອງ ແລະ ບຸກຄົນ ຂອງແຂວງດຽນບຽນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 25 ທັນ ວາ 2024 ທີ່ສູນແລກປ່ຽນວັດທະນະທໍາ ແລະ ຂໍ້ມູນຂ່າວສານການທ່ອງທ່ຽວ ແຂວງດຽນບຽນ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງສະຫາຍ ເຈີນ ກວັກ ເກື່ອງ ກໍາ ມະການສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະບໍລິຫານງານພັກ ແຂວງດຽນບຽນ, ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍການນຳຂັ້ນສູງຂອງສອງແຂວງເຂົ້າຮ່ວມ.
ສະຫາຍ ອູ່ຄຳ ຕຸລາພັນ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແຂວງຜົ້ງສາລີ ຕາງໜ້າອົງການປົກຄອງແຂວງ ກໍຄືລັດຖະບານແຫ່ງ ສປປ ລາວ ໄດ້ຜ່ານໃບມອບສິດຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 136/ນຍ ລົງວັນທີ 17 ກັນຍາ 2019 ມອບສິດໃຫ້ເຈົ້າແຂວງຜົ້ງສາລີ ຕາງໜ້າໃຫ້ລັດຖະບານລາວ ເປັນກຽດປະດັບຫລຽນໄຊມິດຕະພາບ ໃຫ້ 1 ສະຫາຍ ແລະ 1 ກົມກອງ ແລະ ຫລຽນກາມິດຕະພາບ 4 ສະຫາຍ ແລະ 3 ກົມກອງ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຢູ່ແຂວງຜົ້ງສາລີ ໃນໄລຍະຜ່ານມາ ຊຶ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມນີ້ ກໍໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 288/ປປທ, ລົງວັນທີ 12 ກັນຍາ 2019 ວ່າດ້ວຍການປະດັບຫລຽນໄຊມິດຕະພາບ ໃຫ້ແຂວງດຽນບຽນ ສສ ຫວຽດ ນາມ, ຜ່ານລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 289/ປປທ, ລົງວັນທີ 12 ກັນຍາ 2019 ວ່າດ້ວຍການປະດັບຫລຽນໄຊມິດຕະພາບ ໃຫ້ສະຫາຍ ເຈີນ ວັ່ນ ເສີນ ກຳມະການສູນກາງພັກ, ເລຂາພັກແຂວງດຽນບຽນ ສສ ຫວຽດນາມ ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 290/ນຍ, ລົງວັນທີ 30 ສິງຫາ 2019 ວ່າດ້ວຍການປະດັບຫລຽນກາມິດຕະພາບ ໃຫ້ສະຫາຍ ນາງ ລໍ່ ໝາຍ ຈິ່ງ ອາດີດກຳມະການສູນກາງພັກ, ອາດີດເລຂາພັກແຂວງດຽນບຽນ ສສ ຫວຽດນາມ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຢູ່ແຂວງຜົ້ງສາລີ ໃນໄລຍະຜ່ານມາ ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ຂ່າວ-ພາບ: ແສງຄຳ ສາລີວັນ