ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ

Mar 8, 2025

ແຂວງຜົ້ງສາລີ ຈັດພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ ( 8 ມີນາ 1910 – 8 ມີນາ 2025 ) ໃນຕອນ ເຊົ້າວັນທີ 7 ມີນາ 2025 ນີ້ ຢູ່ສະໂມສອນຂອງເມືອງບຸນເໜືອ ພາຍໃຕ້ ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມ ເຂັ້ມ ແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໂດຍການເຂົ້າຮ່ວມຂອງທ່ານ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງຜົ້ງສາລີ.
ທ່ານ ໄຊນະຄອນ ອິນທະວົງ ໄດ້ເລົ່າຄື້ນມູນເຊື້ອກ່ຽວກັບຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ, ພ້ອມທັງໄດ້ຍົກໃຫ້ເຫັນເນື້ອໃນບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະ ແຫຼງການ ແລະ ກອງປະຊຸມ ຕ່າງໆກ່ຽວກັບແມ່ ຍິງໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ, ລວມເຖີງນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສ ປປ ລາວ,
ລວມເຖີງວຽກງານບາງດ້ານທີ່ມີຜົນສໍາເລັດ ໃນປີ 2024, ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານພົວພັນຮ່ວມມີກັບຕ່າງປະເທດໃນໄລ ຍະ 01 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າຂອງສະຫະພັນແມ່ຍິງແຂວງຕື່ມອີກ.
ພາບ-ຂ່າວ: ແສງຄຳ ສາລີວັນ