ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງພົວພັນ ພ້ອມເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ

Jan 7, 2026

ສະຫາຍ ຫົງທອງ ຈັນທະຈິດ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຊຳເໜືອ ແຂວງຫົວພັນ ໃຫ້ສຳພາດຕາງໜ້າໃຫ້ ຄະນະບໍລິຫານງານພັກແຂວງ ກໍຄື ຄະນະບໍລິຫານງານພັກເມືອງຊຳເໜືອ ແຂວງຫົວພັນ ໂດຍທ່ານໄດ້ກ່າວພ້ອມເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າໃນວຽກງານຕ່າງໆໃຫ້ປະກົດຜົນເປັນຈິງ.
ສະຫາຍ ຫົງທອງ ຈັນທະຈິດ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຊຳເໜືອ ແຂວງຫົວພັນ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 6 ມັງກອນ ນີ້ ວ່າ: ໃນນາມຕາງໜ້າຜູ້ແທນສົມບູນຂອງແຂວງຫົວພັນເຂົ້າຮ່ວມກອງປະຊຸມຄັ້ງນີ້ ໃນວາລະກອງປະຊຸມໄດ້ຮັບຟັງການລາຍງານຮ່າງບົດລາຍງານການເມືອງຈາກສະຫາຍເລຂາທິການໃຫຍ່ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມຈາກສະຫາຍນາຍົກລັດຖະມົນຕີ ໂດຍເຫັນດີເປັນເອກະພາບຢ່າງສູງຕໍ່ກັບເນື້ອໃນຂອງກອງປະຊຸມທີ່ໄດ້ນຳສະເໜີ ຄັ້ງນີ້.
ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄລຍະ 5 ປີຜ່ານມາແຂວງຫົວພັນໄດ້ມີຜົນສຳເລັດຫຼາຍດ້ານໂດຍສະເພາະດ້ານຄວາມສະຫງົບ ປະຊາຊົນບັນດາເຜົ່າພາຍໃນແຂວງຫົວພັນມີຄວາມສະຫງົບໂດຍພື້ນຖານ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ານລາຍຮັບໃນໄລຍະ 5 ປີ ຜ່ານມາ ແຂວງຫົວພັນສາມາດຈັດເກັບລາຍຮັບໄດ້ເກີນແຜນການທີ່ວາງໄວ້ ເຊິ່ງເປັນປັດໄຈສຳຄັນໃນການພັດທະນາແຂວງ ໃຫ້ກ້າວໜ້າຂຶ້ນເລື້ອຍໆ.
ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ຈະນຳເອົາເນື້ອໃນຈິດໃຈ ແລະ ມະຕິຕ່າງໆໄປຈັດຕັ້ງຜັນຂະຫຍາຍຢູ່ແຂວງ ຫົວພັນໂດຍສະເພາະແມ່ນຢູ່ເມືອງຊຳເໜືອເພື່ອເຮັດໃຫ້ເນື້ອໃນກອງປະຊຸມປະກົດຜົນເປັນຈິງ ແລະ ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ.