ແຂວງວຽງຈັນສະຫລຸບວຽກງານການເງິນປະຈຳປີ2024
————————
ກອງປະຊຸມສະຫລຸບຕີລາຄາວຽກງານການເງິນປະຈຳປີ 2024ແລະວາງທິດທາງປີ2025ໄດ້ມີຂຶ້ນໃນວັນທີ30 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງວຽງຄໍາ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ ເລຂາພັກແຂວງ,ເຈົ້າແຂວງວຽງຈັນ,ມີ ທ່ານ ວອນ ວໍລະສານ ຫົວໜ້າພະແນກການເງິນ,ພ້ອມດ້ວຍບັນດາເຈົ້າເມືອງ,ຫົວໜ້າພະແນກການ ແລະຜູ້ເຮັດວຽກການເງິນທົ່ວແຂວງ ເຂົ້າຮວ່ມ, ເຊິ່ງຜົນຂອງການສະຫລຸບແມ່ນຫມົດປີ2024 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 594 ຕື້ກວ່າກີບ.

ທ່ານ ວອນ ວໍລະສານ ກໍາມະການພັກແຂວງ, ຫົວໜ້າພະແນກການເງິນກ່າວວ່າ:ໃນກອງປະຊຸມຄັ້ງນີ້ໄດ້ພ້ອມກັນສະຫລຸບຕີລາຄາຄືນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານການເງິນຕະຫລອດໄລຍະປີ2024ຜ່ານມາເພື່ອຊອກໃຫ້ເຫັນດ້ານດີພ້ອມກັນເສີມຂະຫຍາຍ,ຊອກໃຫ້ເຫັນດ້ານອ່ອນເພື່ອພ້ອມກັນແກ້ໄຂແນໃສ່ບັນລຸໃຫ້ໄດ້ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດຕິດພັນກັບວາລະແຫ່ງຊາດແນໃສ່ເຮັດໃຫ້ແຂວງວຽງຈັນກາຍເປັນແຂວງສົມດຸນດ້ານລາຍຮັບແລະລາຍຈ່າຍໃນປີ2025ນີ້
ຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບໃນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານ ທັງພູດສູນກາງ ແລະ ທ້ອງຖິ່ນ ເຂົ້າໄດ້ 594,23 ຕື້ກີບ ເທົ່າກັບ 170,33 % ຂອງແຜນການປີ, ທຽບໃສ່ປະຕິບັດປີຜ່ານມາເທົ່າກັບ 115,36%. ໃນນັ້ນ ລາຍຮັບພາຍໃນແຂວງປະຕິບັດໄດ້ 476,15 ຕື້ກີບ, ເທົ່າກັບ 174,56% ທຽບໃສ່ປີຜ່ານມາເທົ່າກັບ101,14% ເພີ່ມຂຶ້ນ 5,39 ຕື້ກີບ. ໃນນີ້ ລາຍຮັບສູນກາງ ປະຕິບັດໄດ້ 118,07 ຕື້ກີບ, ເທົ່າກັບ 155,16% ຂອງແຜນ. ສ່ວນລາຍຮັບຂອງ 11 ເມືອງ ສາມາດປະຕິບັດໄດ້ເກີນແຜນທຸກເມືອງສະເລ່ຍປະມານ ຫລາຍກວ່າ40 %. ດ້ານລາຍຈ່າຍແມ່ນສຸມໃສ່ການອານຸມັດເບີກຈ່າຍເງິນເດືອນ, ເງິນອຸດໜູນໃຫ້ພະນັກງານລັດຖະກອນໃຫ້ທັນເວລາ; ປີ 2024 ແມ່ນການເບີກຈ່າຍງົບປະມານແມ່ນບໍ່ເກີນແຜນຂອງສະພາຮັບຮອງ ປະຕິບັດໄດ້ 850,39 ຕື້ກີບ, ເທົ່າກັບ99,37% ຂອງແຜນການ.
ທ່ານຫົວໜ້າພະແນກການເງິນແຂວງ ກ່າວອີກວ່າ: ເພື່ອເຮັດໃຫ້ສະພາບການເງິນງົບປະມານຂອງແຂວງໃນປີ 2025 ເປັນງົບປະມານສົມດຸນ ຕ້ອງສູ້ຊົນເກັບລາຍຮັບງົບປະມານໃຫ້ໄດ້ທັງໝົດ1.094 ຕື້ກີບ,ເທົ່າກັບ 313,58% ຂອງແຜນປີຜ່ານມາ ຫລືເພີ່ມຂຶ້ນ 213,58%, ໃນນີ້ພູດສູນກາງ 123,70 ຕື້ກີບ ແລະລາຍຮັບພູດທ້ອງຖິ່ນ 970,30 ຕື້ກີບ. ລາຍຮັບພູດທ້ອງຖິ່ນ ຈະໄດ້ຮັບຈາກລາຍຮັບຈາກສ່ວຍສາອາກອນ763,20 ຕື້ກີບ, ຮັບຈາກຊັບສິນ 207 ຕື້ກີບ ແລະ ຮັບຈາກປັບປຸງລັດວິສາຫະກິດ ແລະ ການປະກັນໄພ 100 ລ້ານກີບ; ນອກນັ້ນກໍ່ຈະໄດ້ສູ້ຊົນເອົານຳຫົວໜ່ວຍທຸລະກິດເຂົ້າລະບົບບັນຊີ ແລະ ອາກອນມູນຄ່າເພີ່ມ ຕາມວາລະແຫ່ງຊາດທີ່ສະພາຮັບຮອງໃຫ້ສຳເລັດຕາມແຜນ ເພື່ອເປັນຖານໃນການເກັບລາຍຮັບໃຫ້ເພີ່ມຂຶ້ນ. ດ້ານລາຍຈ່າຍສືບຕໍ່ຄຸ້ມຄອງລາຍຈ່າຍຢ່າງເຂັ້ມງວດ, ຮັບປະກັນລາຍຈ່າຍໄປຕາມບູລິມະສິດຂອງລັດ ເຊັ່ນ: ຈ່າຍເງິນເດືອນ, ເງິນອຸດໜູນບໍານານ, ເງິນນະໂຍບາຍຕ່າງໆ ມີຄາດໝາຍແຜນລາຍຈ່າຍທັງໝົດ 903,37 ຕື້ກີບ ເທົ່າກັບ 105,56% ຂອງແຜນປີຜ່ານມາ.
ໃນກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງຄຳສັ່ງແນະນຳກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ2025ຂອງແຂວງ,ມະຕິຂອງສະພາປະຊາຊົນແຂວງ,ແນະນຳບາງວຽກຈຸດສຸມເພື່ອປະຕິບັດແຜນງົບປະມານແຫ່ງລັດກ່ຽວກັບວຽກສ່ວຍສາອາກອນ,ພາສີ,ວຽກຄຸ້ມຄອງຊັບສິນຂອງລັດ,ວຽກງົບປະມານ,ຄັງເງິນແລະວຽກຄຸ້ມຄອງບັນຊີອົງການຈັດຕັ້ງລັດ.





