ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງວຽງຈັນ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

Apr 30, 2025

ແຂວງວຽງຈັນ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ
ງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ຂອງແຂວງວຽງຈັນ ພາຍໃຕ້ຫົວຂໍ້: ຖະໜົນເພື່ອຊີວິດ ຂັບຂີ່ຊ້າຊີວິດຍືນຍາວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ເມສາ 2025 ຢູ່ທີ່ວິທະຍາໄລເຕັກນິກແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ແຂວງວຽງຈັນ ປະທານຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ຂັ້ນແຂວງ, ມີທ່ານ ຄຳມອນ ສີສອນສັກ ຫົວໜ້າ ພະແນກ ໂຍທາທິການແລະຂົນສົ່ງ ແຂວງວຽງຈັນ, ທັງເປັນຮອງຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ຂັ້ນແຂວງ, ມີຮອງຫົວໜ້າ ກອງບັນຊາການ ປກສ ແຂວງ, ບັນດາຫົວໜ້າ ພະແນກການ ແລະ ສາມອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂດຍໄດ້ເລີ່ມຈາກການຈັດໃຫ້ມີກິດຈະກຳຍ່າງເພື່ອສຸຂະພາບ ແລະ ໂຄສະນາ ຄວາມປອດໄພທາງຫລວງ.
ທ່ານ ຄໍາມອນ ສີສອນສັກ ຫົວໜ້າ ພະແນກ ຍທຂ ແຂວງວຽງຈັນ ທັງເປັນຮອງຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ຂັ້ນແຂວງ ໄດ້ກ່າວວ່າ: ງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ຂັ້ນແຂວງ ປະຈຳປີ 2025 ພາຍໃຕ້ຫົວຂໍ້ທີ່ມີຊື່ວ່າ ຖະໜົນເພື່ອຊີວິດ ຂັບຂີ່ຊ້າຊີວິດຍືນຍາວ ຊຶ່ງເປັນ ຫົວຂໍ້ທີ່ເໝາະສົມກັບປີທ່ອງທ່ຽວ ສປປ ລາວ ທີ່ສຸດ, ເວົ້າລວມ ແລະເວົ້າສະເພາະ ແຂວງ ວຽງຈັນ ທີ່ມີແຂກຄົນ ນັກທ່ອງທ່ຽວ ມາຍ່າງທ່ຽວຊົມຢ່າງຫລວງ ຫລາຍ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ປັບປຸງລະບົບການຂົນສົ່ງສາທາລະນະໃຫ້ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ກາຍເປັນຕົວເມືອງທີ່ສາມາດຍ່າງດ້ວຍຄວາມເພີດເພີນ ແລະ ມ່ວນຊື່ນ ກັບ ທັດສະນິຍະພາບທີ່ສວຍງາມ ແລະ ການໃຊ້ລົດ ໃຊ້ຖະໜົນເພີ່ມຂຶ້ນຫລາຍ ໂດຍສະເພາະ ຢູ່ເທດສະບານແຂວງ.
ດັ່ງທີ່ ຮູ້ນໍາກັນແລ້ວວ່າຄວາມເສຍຫາຍຈາກອຸປະຕິເຫດທາງຫລວງແມ່ນມະຫາສານ, ທົ່ວໂລກປີໜຶ່ງມີຜູ້ເສຍຊີວິດປະມານ 1.3 ລ້ານຄົນ ແລະ ສປປ ລາວ, ສະເລັ່ຍເສຍຊີວິດປີລະ 1000 ຄົນ. ດັ່ງນັ້ນ, ອົງການສະຫະປະຊາຊາດຈຶ່ງໄດ້ກຳນົດມາດຕະການປ້ອງກັນ ແລະ ແກ້ໄຂ ໂດຍມີ 5 ເສົາຄ້ຳຄື:ເສົາຄໍ້າທີ 1: ໂຄງລ່າງຄົມມະນາຄົມ-ຂົນສົ່ງ ປອດໄພ, ເສົາຄໍ້າທີ 2: ພາຫະນະປອດໄພ, ເສົາຄໍ້າທີ 3: ຄົນໃຊ້ລົດໃຊ້ທາງຫລວງປອດໄພ, ເສົາຄໍ້າທີ 4: ການກອບກູ້ຊີວິດຫລັງເກີດອຸປະຕິເຫດ, ເສົາຄໍ້າທີ 5: ການຄຸ້ມຄອງຄວາມປອດໄພ. ຊຶ່ງລວມມີໂຄສະນາເຜີຍແຜ່, ປູກຈິດສຳນຶກ,ການປະຕິບັດກົດໝາຍ ແລະ ງານສັບປະດ້ານຄວາມປອດໄພ ນອນໃນເສົາຄໍ້ານີ້.
ໃນໂອກາດນີ້ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ແຂວງວຽງຈັນ ໄດ້ມີຄຳເຫັນຕໍ່ພິທີວ່າ: ການຈັດງານໃນຄັ້ງນີ້ ຢັ້ງຢືນເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບຂອງລັດຖະບານກໍ່ຄືບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງຫຼວງ ແລະ ທັງເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ (ປີ 2005) ແນໃສ່ເພື່ອໂຄສະນາ, ສ້າງສະຕິ ໃນການຂັບຂີ່ປອດໄພ ແລະ ລົງໂຄສະນາ ປູກຈິດສຳນຶກໃຫ້ປະຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການລະເມີດກົດຈະລາຈອນເປັນຕົ້ນ ເມົາແລ້ວຂັບ ບໍ່ເຄົາລົບກົດລະບຽບຈະລາຈອນ ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບ ຊຶ່ງເປັນສາເຫດສ່ວນໃຫຍ່ໃນການເກີດອຸບັດຕິເຫດ; ເຫັນໄດ້ຜົນກະທົບ ແລະຜົນສະທ້ອນຂອງການເກີດອຸບັດຕິເຫດຕໍ່ການດຳລົງຊີວິດຂອງສັງຄົມ, ທົ່ວແຂວງວຽງຈັນ ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ.
ທ່ານຮອງເຈົ້າແຂວງ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ, ທຸກຂະແໜງການ ແລະ ທົ່ວສັງຄົມ ຈົ່ງໄດ້ພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ແລະ ໂຄສະນາປູກຈິດສຳນຶກກ່ຽວກັບວຽກງານຄວາມປອດໄພທາງຫຼວງ ຂັ້ນແຂວງ ໃຫ້ທົ່ວສັງຄົມຮັບຮູ້ ເພື່ອຈຳກັດ, ຫຼຸດຜ່ອນອຸບັດຕິເຫດທາງຫຼວງ, ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນຂອງຊາດ ກໍ່ຄືການປົກປ້ອງສຸຂະພາບ ແລະສະຫວັດດີການສັງຄົມ.
ພາບ-ຂ່າວ: ບຸນມາ ແກ້ງບຸດດາ