ສະຫາຍ ສົມອົກ ໜໍ່ຈະເລີນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ໄດ້ມີຄຳເຫັນ ກ່ຽວກັບການຊຸກຍູ້ການຜະລິດພືດລະດູແລ້ງ ແລະ ການຕິດຕາມປົກປັກຮັກສາ ການປູກເຂົ້ານາແຊງໃນໄລຍະຜ່ານມາຢູ່ແຂວງວຽງຈັນ ຕໍ່ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 12 ສະໄໝທີ VI ທີ່ໄດ້ຈັດຂຶ້ນໃນວັນທີ 30 ເມສາ ຜ່ານມານີ້ວ່າ: ແຜນການປູກພືດລະດູແລ້ງ 26.643 ຮຕ, ຜົນຜະລິດ 238.211 ໂຕນ, ມາຮອດປະຈຸບັນສາມາດຜະລິດພືດລະດູແລ້ງໄດ້ 24.448 ຮຕ, ເທົ່າກັບ 91,76 % ຂອງເນື້ອທີ່ແຜນການ, ຜົນຜະລິດ 316.624, ເທົ່າກັບ 132,91 % ຂອງແຜນການ, ພືດທີ່ເປັນສິນຄ້າ ເປັນວັດຖຸດິບປ້ອນໂຮງງານ 33.098 ໂຕນ ມູນຄ່າ 53.353,38 ລ້ານກີບ ໃນນັ້ນມີ: ສາລີຫວານ 25,40 ໂຕນ, ມູນຄ່າ 60,96 ລ້ານກີບ, ຫົວຜັກທຽມ 10 ໂຕນ, ມູນຄ່າ 150 ລ້ານກີບ, ມັນຕົ້ນດິບ 80,15 ໂຕນ,ມູນຄ່າ 64,12 ລ້ານກີບ, ມັນຕົ້ນແຫ້ງ 20.500 ໂຕນ, ມູນຄ່າ 45.100 ລ້ານກີບ, ໝາກເດືອຍ1.980 ໂຕນ, ມູນຄ່າ 7.920,00 ລ້ານກີບ, ປາມ 53 ໂຕນ, ມູນຄ່າ 58,30 ລ້ານກີບ ພືດທີ່ເປັນສິນຄ້າສົ່ງອອກ ປະກອບມີ ໝາກກ້ວຍຫອມ 50.000 ໂຕນ ມູນຄ່າ 12.500.000 ໂດລາ, ໝາກໂມ 10.000 ໂຕນ ມູນຄ່າ 2.500.000 ໂດລາ, ໝາກອຶ 7.000 ໂຕນ ມູນຄ່າ 1.750.000 ໂດລາເຂົ້າເປືອກ 600 ໂຕນ ມູນຄ່າ 108.000 ໂດລາ, ຂີງ 55 ໂຕນ ມູນຄ່າ 7.100 ໂດລ່າ, ສາລີແຂງ150 ໂຕນ ມູນຄ່າ 1.500 ໂດລາ, ໝາກເດືອຍ 210 ໂຕນ ມູນຄ່າ 63.000 ໂດລ່າ, ລວມທັງໝົດມີ 68.015 ໂຕນ ມູນຄ່າ 16.929.600 ໂດລາ ເທົ່າກັບ 287.803,20 ລ້ານກີບ, ລວມມູນຄ່າພືດເປັນວັດຖຸດີບປ່ອນໂຮງງານ ແລະ ສົ່ງອອກ 341.156,58 ລ້ານກີບ.
ສຳລັບແຜນການປູກເຂົ້ານາແຊງ ໃຫ້ໄດ້ 10.532 ຮຕ ຜົນຜະລິດ 45.288 ໂຕນ. ມາຮອດປະຈຸບັນ ການຜະລິດເຂົ້ານາແຊງປະຕິບັດໄດ້ ເນື້ອທີ່ 5.347 ຮຕ ເທົ່າກັບ 50,77 % ຂອງເນື້ອທີ່ແຜນການປີ, ເກັບກ່ຽວສໍາເລັດແລ້ວ 3,588 ຮຕ ເທົ່າກັບ 34,07 ເທົ່າກັບ 67,11 % ຂອງເນື້ອທີ່ປະຕິບັດໄດ້.
ສະຫາຍ ສົມອົກ ໜໍ່ຈະເລີນ ກ່າວຕື່ມອີກວ່າ: ສາຍເຫດທີ່ຈັດຕັ້ງປະຕິບັດຜະລິດເຂົ້ານາແຊງ ບໍ່ໄດ້ຕາມແຜນການ ກໍ່ເຫັນໄດ້ວ່າມີຫຼາຍປັດໃຈດ້ວຍກັນ ເປັນຕົ້ນແມ່ນ ຕົ້ນທຶນການຜະລິດເຂົ້ານາແຊງສູງຂຶ້ນ ຄ່າກຽມດິນ, ແນວພັນ, ຄ່າແຮງງານ ແລະ ປັດໃຈການຜະລິດຕ່າງໆ, ບາງທ້ອງຖິ່ນ ຂາດແຮງງານ ເນື່ອງຈາກວ່າຄາແຮງງານຕໍ່າ ແລ້ວໄປວຽກເຮັດງານງານຕ່າງແຂວງ ແລະ ຕ່າງປະເທດ, ນໍ້າເປັນປັດໃຈຫຼັກຂອງການຜະລິດເຂົ້ານາແຊງ ທົ່ວແຂວງມີລະບົບຊົນລະປະທານທັງໝົດ 1.343 ແຫ່ງ, ສະໜອງນໍ້າລະດູຝົນໄດ້ 39.893 ຮຕ, ລະດູແລ້ງ 14.010 ຮຕ, ສໍາລັບລະດູແລ້ງ ປີ 2024 ກໍ່ໄດ້ກຳນົດແຜນການ ໃນການສະໜອງນໍ້າຂອງລະບົບຊົນລະປະທານ 229 ແຫ່ງ ເນື້ອທີ່ທັງໝົດ 14.406 ເຮັກຕາ ໃນນັ້ນ ສະໜອງຜະລິດເຂົ້ານາແຊງ 10.718 ເຮັກຕາ, ສະໜອງນໍ້າຜະລິດພືດ 3.688 ເຮັກຕາ, ຜ່ານການເກັບກໍາຂໍ້ມູນຕົວຈິງຈາກຫ້ອງການກະສິກຳ ແລະປ່າໄມ້ເມືອງ ທີ່ຊາວກະສິກອນ ມີການຜະລິດລະດູແລ້ງໃນເນື້ອທີ່ສະໜອງນໍ້າຊົນລະປະທານ ມີທັງໝົດ13.064 ຮຕ ໃນນັ້ນ ເຂົ້ານາແຊງ 5.192 ຮຕ ແລະ ພືດລະດູແລ້ງ 6.436 ຮຕ ຊື່ງເຫັນໄດ້ວ່າຊາວກະສິກອນໄດ້ຫັນຈາກການປູກເຂົ້ານາແຊງ ມາປູກພືດທີ່ຕ້ອງການນ້ຳໜ້ອຍ, ນະໂຍບາຍການຊົມໃຊ້ໄຟຟ້າໃນພາກກະສິກຳກໍ່ສົ່ງຜົນກະທົບເຮັດໃຫ້ປະຊາຊົນ ບໍ່ສາມາດເຮັດນາແຊງຫັນໄປເຮັດອາຊີບອື່ນ ແລະ ປູກພືດທີ່ກິນນໍ້າໜ້ອຍ, ການກໍ່ສ້າງລະບົບຊົນລະປະທານຈຳນວນໜຶ່ງ ບໍ່ມີຄວາມຄືບໜ້າ ເຮັດໃຫ້ລະບົບຊົນລະປະທານບໍ່ສຳເລັດຕາມແຜນການທີ່ວາງໄວ້ ບໍ່ສາມາດຕອບສະໜອງນ້ຳໄດ້ ເນື່ອງຈາກວ່າມີຄວາມຫຍຸ້ງຍາກທາງເສດຖະກິດ ລາຄານໍ້າມັນເພີ່ມຂຶ້ນ, ຄ່າວັດສະດຸກໍ່ສ້າງເພີ່ມຂຶ້ນ. ລະບົບຊົນລະປະທານພາຍໃນແຂວງສ່ວນຫຼາຍເປັນລະບົບຊົນລະປະທານແບບປະຖົມປະຖານ ທີ່ນໍາໃຊ້ມາຫລາຍປີ.
ຂ່າວ: ບຸນມາ ແກ້ວບຸດດາ




