ໃນວັນທີ 11 ຕຸລາ 2024 ນີ້ ທ່ານ ຄຳພັນ ສິດທິດຳພາ ເຈົ້າ ແຂວງວຽງຈັນ ໄດ້ລົງຕິດຕາມກວດກາຄວາມພ້ອມໃນບັນດາໜ້າວຽກຕ່າງໆ ຢູ່ທີ່ດ່ານບ້ານວັງ ເມືອງຫມື່ນ ເພື່ອກຽມຄວາມພ້ອມໃຫ້ແກ່ການຍົກລະດ່ານບ້ານວັງ ຂຶ້ນເປັນດ່ານສາກົນ ໂດຍມີບັນດາອະນຸກຳມະການທີ່ຮັບຜິດຊອບຫນ້າວຽກຕ່າງໆ ແລະ ບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ໂອກາດນີ້ ທ່ານໄດ້ຮັບຟັງການລາຍງານຄວາມພ້ອມດ້ານຕ່າງໆ ຂອງໜ້າວຽກ ຈາກບັນດາອະນຸກຳມະການ, ຈາກນັ້ນ ກໍ່ໄດ້ລົງຕິດຕາມກວດກາເບິ່ງສະຖານຕົວຈິງ ເປັນຕົ້ນແມ່ນ ບັນດາພື້ນຖານໂຄງລ່າງ ປະກອບມີ: ອາຄານສຳນັກງານຫ້ອງການ, ຈຸດກວດຜ່ານເອກະສານ ເຂົ້າ-ອອກເມືອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ, ນອກນີ້ຍັງໄດ້ສ້າງຈຸດຊ່ອງທາງຂຶ້ນ-ລົງເຮືອ ຂອງຜູ້ໂດຍສານ ແລະ ລົດສິນຄ້າ, ເດີ່ນຈອດລົດ, ສາງພັກສິນຄ້າ ແລະ ອື່ນໆ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການ. ຜ່ານການກວດກາຕົວຈິງເຫັນວ່າມີຄວາມພ້ອມທີ່ຈະສາມາດຍົກລະດັບຂຶ້ນເປັນດ່ານສາກົນໄດ້.
ພ້ອມນີ້ທ່ານເຈົ້າແຂວງຍັງໄດ້ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຖືກແຕ່ງຕັ້ງຮັບຜິດຊອບວຽກງານແຕ່ລະຢ່າງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ ເພື່ອເຮັດໃຫ້ພິທີເປີດ ດ່ານບ້ານວັງ ຂຶ້ນເປັນດ່ານສາກົນ ທີ່ຈະຈັດຂຶ້ນຢ່າງເປັນທາງ ໃນວັນທີ 15 ຕຸລາ 2024 ນີ້ໃຫ້ມີບັນຍາກາດຄືກຄື້ນ ແລະ ມີຜົນສຳເລັດອັນຈົບງາມ.
ພາບ-ຂ່າວ: ບຸນທະວີ ນັກຂ່າວແຂວງວຽງຈັນ.







