ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີສະຫລຸບຜົນສໍາເລັດຂອງການເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 07 ກຸມພາ 2023 ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງ ແຂວງວຽງຈັນ, ມີທ່ານ ອ໊ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ຜູ້ໃຫ້ການອຸປະຖຳ ພ້ອມດ້ວຍຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ 200 ກວ່າຄົນ.
ທ່ານ ອ໊ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກ່າວເຖິງຜົນສໍາເລັດການເຂົ້າຮ່ວມ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ລະຫວ່າງ ວັນທີ 13 –22 ທັນວາ 2022 ວ່າ: ແຂວງວຽງຈັນ ໄດ້ສົ່ງ 14 ປະເພດກິລາ ເຂົ້າຮ່ວມແຂ່ງຂັນ ເຊີ່ງຜົນງານໃນການເຂົ້າຮ່ວມແຂ່ງຂັນຕົວຈິງ ຂອງນັກກິລາແຕ່ລະປະເພດ ມີດັ່ງນີ້:
1. ໄດ້ຮັບຫຼຽນຄຳ 7 ຫຼຽນ: ຈາກມວຍປ້ຳ ລຸ້ນນ້ຳໜັກ 84 ກິໂລ, ມວຍຢູໂດ ລຸ້ນ 45 ກິໂລ, ມວຍຢູໂດ ລຸ້ນ 90 ກິໂລ, ມວຍລາວ ລາຍການ ຟ້ອນດ່ຽວຊາຍ, ຟ້ອນດ່ຽວ ຍິງ, ກິລາເປຕັງ ທິມຊຸດຊາຍ, ກິລາບານເຕະຊາຍ.
2. ໄດ້ຮັບຫຼຽນເງິນ 6 ຫຼຽນ: ຈາກກິລາມວຍປ້ຳ ລຸ້ນນໍ້າໜັກ 50 ກິໂລ, 66 ກິໂລ, 69 ກິໂລ, ກິລາໝາກແລ້ ດ່ຽວຊາຍ, ລົດຖີບ ລາຍການ ໄຄທີລ້ຽມວິບາກຊາຍ 30ກິໂລ, ລົດຖີບ ລາຍການທີມຈັບເວລາ 50 ກິໂລແມັດ.
3. ໄດ້ຮັບຫຼຽນທອງ 26 ຫຼຽນ: ຈາກກິລາມວຍປ້ຳ ລຸ້ນນ້ຳໜັກ 55 ກິໂລ, 60 ກິໂລ, 100 +ກິໂລ, 50 ກິໂລ, 52 ກິໂລ, ກິລາແລ່ນ ໄລຍະທາງ 800 ແມັດ, 1.500 ແມັດ, ໜ້າເກັກ ດ່ຽວຊາຍ 15 ແມັດ, ມວຍຄາລາເຕໂດ ( ຟ້ອນກາຕ່າ ດຽວ), ມວຍຢູໂດ ລຸ້ນ 48 ກິໂລ, 42 ກິໂລ, ກິລາໝາກແລ້ ທິມຍິງ, ແຂ່ງລົດຖີບ ລາຍການຈັບເວລາບຸກຄົນຊາຍ 4000 ກິໂລ, ກິລາລົດຖີບ ລາຍການໂປຊຸດຈັບເວລາບຸກຄົນ 50 ກິໂລ, ລົດຖີບ ບຸກຄົນຍິງ 30 ກິໂລ, ໝາກຂ່າງ ລາຍການ ຄູ່ຊາຍ, ມວຍຢູໂດ ລຸ້ນນ້ຳໜັກ 90+ ກິໂລ, ມວຍຢູໂດ ລຸ້ນນ້ຳໜັກ 63 ກິໂລ, ມວຍຢູໂດ ລຸ້ນນ້ຳໜັກ 70 ກິໂລ, ດອກປີກໄກ່ ທິມຊາຍ, ດອກປີກໄກ່ ດ່ຽວຊາຍ, ເປຕັງ ລາຍການ ຄູ່ຊາຍ, ເປຕັງ ລາຍການຊຸດຕິ່ງຍິງ
ລວມທັງໝົດ ໄດ້ຮັບ 39 ຫຼຽນ : ຈັດຢູ່ໃນອັນດັບທີ 12 ໃນຈໍານວນ 22 ພາກສ່ວນເຂົ້າຮ່ວມແຂ່ງຂັນ.
ໂດຍ:: ທີມຂ່າວແຂວງວຽງຈັນ