ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງວຽງຈັນ ສະເຫລີມສະຫລອງສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76ປີ.

Jan 20, 2025

ໃນວັນທີ 20 ມັງກອນ 2025 ນີ້, ແຂວງວຽງຈັນໄດ້ສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ຄື: (20 ມັງກອນ 1949-20 ມັງກອນ 2025 ) ພິທີທາງການໄດ້ເລີ່ມຕົ້ນຂຶ້ນໂດຍການນຳຂອງແຂວງ, ຄະນະພັກຄະນະບັນຊາ, ນາຍ ແລະພົນທະຫານໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ຂອງແຂວງ ແລະ ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມຢູ່ກອງບັນຊາການທະຫານແຂວງ ໂດຍການນຳພາຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ,ທ່ານ ພົນຈັດຕະວາ ບຸນຜອງ ບຸດທະວົງ ກຳມະການພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງວຽງຈັນ, ມີບັນດາການນໍາຂອງແຂວງ,ບັນດາຄະນະພັກ-ຄະນະກອງບັນຊາການ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດພະນັກງານ-ນັກຮົບໃນກົມກອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ທ່ານ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ໄດ້ທົບທວນຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ສະຫາຍ ໄດ້ກ່າວວ່າ ໂດຍປະຕິບັດຕາມຄຳສັ່ງຂອງສູນກາງພັກກອມມູນິດອິນດູຈີນ ຂອງວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມເຂດລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານໄກສອນພົມວິຫານ ໄດ້ປະກາດສ້າງຕັ້ງ “ ກອງລາດຊະວົງ ” ຂຶ້ນຢ່າງເປັນທາງການ ໂດຍແມ່ນ ທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະທ່ານ ຄໍາມູນ ເປັນຮອງຜູ້ບັນຊາ. ໃນມື້ດຽວກັນນັ້ນ, ໂດຍພາຍໃຕ້ການນຳພາອັນແທດເຖິງຂອງ ສາຂາພັກກອມມູນິດອິນດູຈີນ ປະຈຳແຄວ້ນລາວ ກອງປະຊຸມໄດ້ເອົາສະຖານທີ່ກອງລາດຊະວົງ ເປັນບ່ອນຈັດຕັ້ງພິທີປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນ ຢ່າງເປັນທາງການຢູ່ສະຖານທີ່ດຽວກັນ ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາ, ບັນດາກອງເອກະລາດອື່ນໆເຊັ່ນ: ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາກໍ່ໄດ້ປະກາດຮັບເອົາ ໂຮມເຂົ້າເປັນກອງທັບລາວອິດສະຫຼະຢ່າງເປັນທາງການ ພາຍໃຕ້ການຊີ້ນຳໂດຍກົງຂອງສາຂາພັກກອມມູນິດອິນດູຈີນປະຈຳລາວ; ນັບແຕ່ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ.
ນັບແຕ່ມື້ນັ້ນຕົ້ນມາກອງທັບປະຊາຊົນລາວໄດ້ເຕີບໃຫຍ່ເຂັ້ມແຂງ ທັງປະເຊີນໜ້າກັບສັດຕູອັນຮ້າຍກາດທີ່ເຂົ້າມາຮຸກຮານປະເທດລາວ ບໍ່ວ່າຈັກເທົ່າໃດແຕ່ກອງທັບປະຊາຊົນລາວກໍ່ເດັດດ່ຽວ-ໜຽວ ແໜ້ນມີຄວາມສາມັກຄີຕໍ່ສູ້ກັບສັດຕູຢ່າງເຂັ້ມແຂງ ສູ້ຮົບມີໄຊຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີ ຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄປ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 02 ທັນວາ 1975.
ພ້ອມກັນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມ, ເປັນກຳລັງແຮງດ້ານຫນ້າຂອງພັກຢ່າງແທ້ຈິງ. ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: “ເວລາໃດກອງທັບກໍນຳໜ້າທຸກວຽກງານເດັດດ່ຽວໜຽວແໜ້ນ ຜ່ານຜ່າອຸປະສັກສຳເລັດໜ້າທີ່ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມ ແລະ ເປັນກອງທັບວິລະຊົນຂອງຊາດລາວ ”.
ໃນໂອກາດນີ້, ຍັງໄດ້ມການຊົມສິລະປະການສະແດງຂອງອ້າຍນ້ອງນັກຮົບ, ບັນດາການນຳຂອງແຂວງ, ກໍ່ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນນາຍແລະພົນທະຫານ, ມີເງິນຈຳນວນໜຶ່ງໃຫ້ແກ່ກອງບັນຊາການທະຫານແຂວງ ແລະຮັບຊົມການໂດດຈ້ອງຕື່ມອີກ.
May be an image of 11 people and text
May be an image of 1 person, dais and text
May be an image of 6 people and text
May be an image of 1 person and skydiving
May be an image of 1 person and skydiving
May be an image of 2 people, people skydiving and helicopter