ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງວຽງຈັນ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ຄົບຮອບ 76 ປີ

Jan 16, 2025

ແຂວງວຽງຈັນ ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ກອງທັບປະຊາຊົນລາວ (20/01/1949-20 /01/ 2025) ຄົບຮອບ 76 ປີ ໃນວັນທີ 16 ມັງກອນ 2025 ໂດຍການປາຖະກະຖາຂອງ ທ່ານ ພັນເອກ ບຸນຍົງ ວົງສີຈັນ ປະທານສະຫະພັນນັກຮົບເກົ່າ ແຂວງວຽງຈັນ.
ທ່ານ ພັນເອກ ບຸນຍົງ ວົງສີຈັນ ໄດ້ຍົກໃຫ້ເຫັນປະຫວັດມູນ ເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາ ຊົນລາວ ຕະຫລອດໄລຍະ 76 ປີຜ່ານມາ, ເຊິ່ງເປັນຜົນງານອັນອົງອາດກ້າຫານຂອງກອງທັບປະຊາຊົນລາວ ຕະຫລອດໄລຍະທີ່ນັກຮົບຮຸ່ນເກົ່າ ໄດ້ດຳເນີນການຕໍ່ສູ້ກູ້ຊາດ ຕ້ານພວກຈັກກະພັດຕ່າງດ້າວ ທີ່ມາຮຸກຮານ ແລະ ກົດຂີ່ຂູດຮີດ ເຮັດໃຫ້ປະຊາຊົນລາວ ມີຈິດໃຈຄຽດແຄ້ນ ບໍ່ຍອມຈຳນົນຕໍ່ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ເພື່ອນຳພາຂະບວນການຕໍ່ສູ້ໃຫ້ໄດ້ຮັບໄຊຊະນະ ຈຶ່ງໄດ້ສ້າງຕັ້ງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 20 ມັງກອນ 1949, ນັບແຕ່ມື້ນັ້ນເປັນຕົ້ນມາ ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ປະຊາຊົນລາວ ນຳພາຕໍ່ສູ້ກູ້ຊາດ ຈົນຍາດມາໄດ້ໄຊຊະນະ ຢ່າງລຽນຕິດສາມາດນຳພາ-ຊີ້ນຳ ປະຊາຊົນລາວບັນດາເຜົ່າ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ທ່ານ ພັນເອກ ບຸນຍົງ ວົງສີຈັນ ຍັງໃຫ້ຮູ້ຕື່ມວ່າ: ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ກອງທັບປະຊາຊົນລາວ ໄດ້ປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ, ປົກປັກຮັກສາຜືນແຜ່ນ ດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ສືບຕໍ່ໂຄສະນາ, ສຶກສາອົບຮົມ ມູນເຊື້ອອັນພິລາດອາດຫານ ທີ່ກອງທັບ ແລະ ປະຊາຊົນລາວ ຍາດມາໄດ້ຕະຫລອດໄລຍະ 76 ປີ ແລະ ເພື່ອເປັນການເຄົາລົບ, ລະນຶກເຖິງຜົນງານອັນປະເສີດ ທັງເປັນແບບ ຢ່າງທີ່ດີທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ທີ່ກອງທັບປະຊາຊົນລາວ ໄດ້ອຸທິດຊີວິດ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນພາລະ ກິດປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຜົນ ງານອັນໃຫຍ່ຫລວງຂອງກອງທັບປະຊາຊົນລາວ ເພື່ອເປັນການປຸກລະດົມ ເຮັດໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນ ມີຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ, ຮັກຜືນແຜ່ນດິນອັນຄົບຖ້ວນ, ຮັກລະບອບໃໝ່, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ ເພິ່ງຕົນ ເອງ, ມີສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າການ ເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ທັງເປັນການໂຄສະນາສຶກສາອົບຮົມ ນໍ້າໃຈປະຕິວັດ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຄຸນງາມ ຄວາມດີ ຂອງປະທານໄກສອນ ພົມວິຫານ ກໍຄື ບັນດາຜູ້ນໍາຮຸ່ນກ່ອນ ແລະ ພະນັກງານປະຕິວັດ, ຜູ້ທີ່ໄດ້ເສຍສະຫລະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ທີ່ມີຜົນງານ ທີ່ໄດ້ປະກອບສ່ວນເຂົ້າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 76 ປີ.
ທີ່ມາ: ຂ່າວແຂວງວຽງຈັນ