ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດທົ່ວປະເທດ.
ວັນທີ 20 ທັນວາ 2024 ນີ້ ຢູ່ທີ່ ຄ້າຍຄຸມຂັງ-ດັດສ້າງແຂວງວຽງຈັນ ໄດ້ຈັດພິທີ ອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍ ຕົວນັກໂທດ ປະຈໍາປີ 2024 ຈໍານວນ 163 ຄົນ ໂດຍການ ເປັນປະທານຂອງ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ, ທັງເປັນປະທານຄະນະກໍາມະການອະໄພຍະໂທດແຂວງວຽງຈັນ
ໃນພິທີໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈໍາປີ 2024 ແລະ ແຜນການ ປີ 2025 ໃນຕໍ່ໜ້າ, ທ່ານ ບຸນຄໍ້າ ທໍາມະວົງ ຫົວໜ້າອົງການໄອຍະການປະຊາ ຊົນ ແຂວງວຽງຈັນໃຫ້ກຽດຂຶ້ນຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດປະຈໍາປີ 2024 ໂດຍໄດ້ຕົກລົງອະໄພຍະໂທດປ່ອຍຕົວ ໃຫ້ແກ່ນັກໂທດ ສະເພາະແຂວງວຽງຈັນ ທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ມີ 121 ຄົນ, ຍິງ 6 ຄົນ, ນັກໂທດທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດປ່ອຍຕົວ 42 ຄົນ, ຍິງ 1 ຄົນ.
ພາບ-ຂ່າວ: ບຸນມາ ແກ້ວບຸດດາ ນັກຂ່າວແຂວງວຽງຈັນ



