ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງວຽງຈັນ ຮັບຮອງ 32 ບ້ານຂອງເມືອງໂພນໂຮງເປັນບ້ານວັດທະນະທຳ ຮອບ II ແລະ ຮອບ III

Feb 26, 2025

ແຂວງວຽງຈັນ ຮັບຮອງ 32 ບ້ານຂອງເມືອງໂພນໂຮງເປັນບ້ານວັດທະນະທຳ ຮອບ II ແລະ ຮອບ III
ພິທີປະຮັບຮອງ 32 ບ້ານ ຂອງເມືອງໂພນໂຮງ ແຂວງວຽງຈັນ ເປັນບ້ານວັດທະນະທຳ ຮອບ II ແລະ ຮອບ III ຈັດຂຶ້ນໃນວັນທີ 25 ກຸມພາ 2025 ທີ່ຫ້ອງວ່າການເມືອງໂພນໂຮງ ໂດຍການເປັນປະທານຂອງ ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໂພນໂຮງ.
ທ່ານ ນາງ ຄຳແດງ ສຸກສະຫວັດ ນາຍບ້ານໆໜອງປຸ່ງ ໄດ້ຕາງໜ້າໃຫ້ 32 ບ້ານ ສະຫລຸບການຈັດຕັ້ງປະຕິບັດ ສ້າງບ້ານວັດທະນະທຳຮອບ II ແລະ ຮອບ III ໂດຍຜ່ານການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ, ຄະນະຮັບຜິດຊອບສ້າງຄອບຄົວ ແລະ ບ້ານວັດທະນະທຳ ເມືອງໂພນໂຮງ ໄດ້ນຳພາເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານການສ້າງຄອບຄົວ ແລະ ບ້ານວັດທະນະທຳ 32 ບ້ານ ໃນນັ້ນ, ບ້ານວັດທະນະທຳ ຮອບ II ຈໍານວນ 20 ບ້ານ ແລະ ບ້ານວັດທະນະທໍາ ຮອບ III ຈໍານວນ 12 ບ້ານ, ເຊິ່ງມີພົນລະເມືອງທັງໝົດ 47.590 ຄົນ ຍິງ 24.290 ຄົນ, ມີຄອບ ຄົວ 9.054 ຄອບຄົວ ສາມາດປະເມີນໄດ້ຕາມມາດຖານຕົວຈິງທັງໝົດ 9.044 ຄອບຄົວ, ຄອບຄົວປະເມີນບໍ່ໄດ້ຕາມມາດຕະ ຖານ 10 ຄອບຄົວ, ປະຊາຊົນກວມ 70% ແມ່ນມີອາຊີບກະສິ ກອນ, ເປັນນັກທຸລະກິດ 10%, ເປັນພະນັກງານ 20%, ສ່ວນຫລາຍເຊື່ອຖືສາສະໜາພຸດ ແລະ ເປັນຄົນພື້ນຖານມີອາຊີບໝັ້ນຄົງ ມີຄວາມພຽບພ້ອມ ໃນການພັດທະນາ ແລະ ການສົ່ງເສີມການຜະລິດ ໃຫ້ກາຍເປັນສິນຄ້າເຊັ່ນ: ການປູກຝັງ-ລ້ຽງ ສັດ, ຫັດຖະກຳ, ອຸດສາຫະກຳ, ການຄ້າຂາຍ ແລະ ການບໍລິການອື່ນໆ, ມີລະບົບເສັ້ນທາງເຊື່ອມຕໍ່ກັນໄປ-ມາໄດ້ຕະຫລອດປີ.
ໃນພິທີຍັງໄດ້ມີການມອບໃບຢັ້ງຢືນໃຫ້ 32 ບ້ານ ທີ່ໄດ້ຮັບນາມມະຍົດເປັນບ້ານວັດທະນະທຳ ຮອບ II ແລະ ຮອບ III ຕາງໜ້າມອບໂດຍ ທ່ານ ດາວເຮືອງ ນັນທະວົງ.
ຂ່າວ: ພອນມາລາ ທະວີສັກ