ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງວຽງຈັນ ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນ 15,36%

Jan 28, 2025

ແຂວງວຽງຈັນ ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນ 15,36%
ປີ 2024 ຜ່ານມາແຂວງວຽງຈັນ ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 594,23 ຕື້ກວ່າກີບ, ທຽບໃສ່ປະຕິບັດປີຜ່ານມາເທົ່າກັບ 115,36%, ຂະນະທີ່ລາຍຈ່າຍແມ່ນບໍ່ເກີນແຜນທີ່ສະພາຮັບຮອງ ປະຕິບັດໄດ້ 850,39 ຕື້ກີບ, ເທົ່າກັບ 99,37% ຂອງແຜນການ.
ທ່ານ ວອນ ວໍລະສານ ກຳມະການພັກແຂວງ, ຫົວໜ້າພະ ແນກການເງິນແຂວງວຽງຈັນ ໄດ້ລາຍງານການຈັດຕັ້ງແຜນງົບ ປະມານແຫ່ງລັດ ຂອງແຂວງວຽງຈັນ ປະ ຈຳປີ 2024 ແລະ ທິດທາງແຜນການ 2025 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໃນຄັ້ງວັນທີ 21-24 ມັງກອນ 2025 ໃຫ້ຮູ້ວ່າ: ໃນປີ 2024 ນີ້ ການປະຕິບັດລາຍຮັບລວມທັງພູດສູນກາງ ແລະ ພູດທ້ອງຖິ່ນ ສາມາດປະຕິ ບັດໄດ້ 594,23 ຕື້ກີບ ເທົ່າກັບ 170,33 % ຂອງແຜນການປີ, ທຽບໃສ່ປະຕິບັດປີຜ່ານມາເທົ່າກັບ 115,36. ໃນນັ້ນ ລາຍຮັບພາຍໃນແຂວງປະຕິບັດໄດ້ 476,15 ຕື້ກີບ, ເທົ່າກັບ 174,56% ທຽບໃສ່ປີຜ່ານມາເທົ່າກັບ101,14% ເພີ່ມຂຶ້ນ 5,39 ຕື້ກີບ. ໃນນີ້ ລາຍຮັບສູນກາງ ປະຕິບັດໄດ້ 118,07 ຕື້ກີບ, ເທົ່າກັບ 155,16% ຂອງແຜນ. ສ່ວນລາຍຮັບຂອງ 11 ເມືອງ ສາມາດປະຕິບັດໄດ້ເກີນແຜນທຸກເມືອງສະເລ່ຍປະມານ 40 ກວ່າ %.
ດ້ານລາຍຈ່າຍແມ່ນສຸມໃສ່ການອານຸມັດເບີກຈ່າຍເງິນເດືອນ, ເງິນອຸດໜູນໃຫ້ພະນັກງານລັດຖະກອນໃຫ້ທັນເວລາ ປີ 2024 ແມ່ນການເບີກຈ່າຍງົບປະມານແມ່ນບໍ່ເກີນແຜນຂອງສະພາຮັບຮອງ ປະຕິບັດໄດ້ 850,39 ຕື້ກີບ, ເທົ່າກັບ99,37% ຂອງແຜນການ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ16,90%.
ສ່ວນການດຸ່ນດ່ຽງງົບປະມານຈາກສູນກາງແມ່ນປະຕິບັດໄດ້ຕາມແຜນ ແລະ ທັນເວລາ ຄືຕາມແຜນການຂາດດຸ່ນງົບປະມານເບື້ອງຕົ້ນ 487,42 ຕື້ກີບ ແລະ ປະຕິ ບັດໄດ້ 100%.
ທ່ານຫົວໜ້າພະແນກການເງິນແຂວງ ກ່າວອີກວ່າ: ເພື່ອເຮັດໃຫ້ສະພາບການເງິນງົບປະມານຂອງແຂວງໃນປີ 2025 ເປັນງົບປະມານສົມດຸ່ນ ຕ້ອງສູ້ຊົນເກັບລາຍຮັບງົບປະມານໃຫ້ໄດ້ທັງໝົດ1.094 ຕື້ກີບ,ເທົ່າກັບ 313,58% ຂອງແຜນປີຜ່ານມາ ຫລືເພີ່ມຂຶ້ນ 213,58%, ໃນນີ້ພູດສູນກາງ 123,70 ຕື້ກີບ ແລະລາຍຮັບພູດທ້ອງ ຖິ່ນ 970,30 ຕື້ກີບ.
ລາຍຮັບພູດທ້ອງຖິ່ນ ຈະໄດ້ຮັບຈາກລາຍຮັບຈາກສ່ວຍສາ ອາກອນ763,20 ຕື້ກີບ, ຮັບຈາກຊັບສິນ 207 ຕື້ກີບ ແລະ ຮັບຈາກປັບປຸງລັດວິສາຫະກິດ ແລະ ການປະກັນໄພ 100 ລ້ານກີບ ແລະ ອື່ນໆ ໂດຍມີຄາດໝາຍແຜນລາຍຈ່າຍທັງໝົດ 903,37 ຕື້ກີບ (ລວມທັງລາຍຈ່າຍຮ່ວງລົງທຶນປົກກະຕິຂອງລັດ), ເທົ່າ ກັບ 105,56% ຂອງແຜນປີຜ່ານມາ, ເພີ່ມຂຶ້ນ 5,56% (ແຜນລາຍຈ່າຍ ປີ 2024 ເທົ່າກັບ 855,76 ຕື້ກີບ).
ພາບ-ຂ່າວ: ແກ້ວອຸດົມ