ຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ເອກສານລາຍຈ່າຍການເງິນ ໃນປີ 2023 (ກວດສອບໃນປີ 2024) ໃນນີ້, ຜົນການກວດສອບງົບປະມານແຫ່ງລັດ ລາຍຮັບຄ້າງມອບເຂົ້າງົບປະມານແຫ່ງລັດ ຂອງແຂວງສະຫວັນນະເຂດ ກວດສອບເຫັນ 4 ຫົວໜ່ວຍງົບປະມານ ຄ້າງມອບລາຍຮັບ ຄ່າທໍານຽມ ແລະ ຄ່າບໍລິການ ຢູ່ໃນບັນຊີເງິນຝາກ, ຄັງເງິນສົດ ແລະ ທະນາຄານ ເຂົ້າເປັນລາຍຮັບງົບປະມານແຫ່ງລັດ ປະຈໍາປີ 2023 ຈໍານວນ 4,32 ຕື້ກີບ ໃນນີ້, ຄັງເງິນປະຈໍາແຂວງ 3,24 ຕື້ກີບ, ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ 35,42 ລ້ານກີບ, ຫ້ອງການບໍລິຫານດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ II ຈໍານວນ 523,86 ລ້ານກີບ ແລະ ພະແນກການເງິນແຂວງ (ຂະແໜງຄຸ້ມຄອງຊັບສິນຂອງລັດ) 518,42 ລ້ານກີບ.

ທ່ານ ພູລັດຕະນະ ພົມມະຫາໄຊ ຮອງປະທານອົງການກວດສອບ ປະຈໍາພາກກາງ 2 ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງກອງປະຊຸມສະພາປະຊາ ຊົນ ແຂວງສະຫວັນນະເຂດ ຊຸດທີ II ໃນວັນທີ 26 ທັນວາ 2024 ວ່າ: ການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ກວດສອບເຫັນ 3 ຫົວໜ່ວຍງົບປະມານ ໄດ້ປະຕິບັດລາຍຈ່າຍ ງົບປະມານ ບໍ່ຖືກຕ້ອງຕາມແຜນການ, ຕາມພາກ, ຕາມຮ່ວງ ຂອງສາລະ ບານງົບປະມານ ລວມ 562,02 ລ້ານ ກີບ ໃນນີ້, ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ 251,44 ລ້ານກີບ, ພະແນກ ແຜນການ ແລະ ການລົງທຶນແຂວງ 95,69 ລ້ານກີບ ແລະ ດ່ານສາກົນຂົວມິດຕະພາບ ແຫ່ງທີ II ຈຳນວນ 214,89 ລ້ານກີບ.
ພ້ອມນີ້, ການຄຸ້ມຄອງໜີ້ຕ້ອງສົ່ງ ກວດສອບເຫັນ ສ່ວຍສາອາກອນປະຈຳແຂວງ ແລະ ພະແນກກະສິກຳ-ປ່າໄມ້ ແຂວງ ມີໜີ້ຕ້ອງສົ່ງຈາກການຈ່າຍເກີນແຜນງົບປະມານແຫ່ງລັດ ທີ່ຍັງຄ້າງຊຳລະ ຮອດທ້າຍປີ 2023 ຈຳນວນ 70,24 ລ້ານກີບ; ສັນຍາຊື້-ຂາຍໄມ້ ກວດສອບເຫັນ ພະແນກກະສິກຳ ແລະ ປ່າໄມ້ແຂວງ (ກອງກວດກາປ່າໄມ້) ໄດ້ອອກສັນຍາ ຊື້-ຂາຍໄມ້ 06 ສັນຍາ 1.737 ບໍລິມາດ 187,23 ແມັດກ້ອນ, ເຊິ່ງເປັນການສ້າງສັນຍາທີ່ບໍ່ຖືກຕ້ອງ ຕາມພາລະບົດບາດຂອງຕົນ.
ນອກນັ້ນ, ຍັງມີການຂຸດຄົ້ນໄມ້, ການເຊັນຢັ້ງຢືນການຮັບຮູ້ບັນຊີໄມ້, ການຄຸ້ມ ຄອງຊັບສິນຂອງລັດ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ການດໍເນີນທຸລະກິດຂອງຄົນຕ່າງປະເທດ, ການຈັດຕັ້ງປະຕິບັດໂຄງການນອກແຜນ, ການຄຸ້ມ ຄອງຕິດຕາມລາຍຮັບ-ລາຍຈ່າຍເງິນຄ່າຄຸ້ມຄອງຂອງໂຄງການ ແລະ ອື່ນໆຕື່ມອີກ.
Cr: Media Laos


