ວັນທີ 9 ກັນຍາ 2024 , ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍທ່ານຮອງປະທານສະພາປະຊາຊົນແຂວງ, ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ແລະພາກສ່ວນກ່ຽວຂ້ອງຈຳນວນໜຶ່ງຂອງແຂວງ ໄດ້ໃຫ້ການຕ້ອນຮັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກຢ່າງເປັນທາງການທີ່ແຂວງສະຫວັນນະເຂດ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງ.
ໂອກາດນີ້, ທ່ານ ຄຳໃບ ດຳລັດ ໄດ້ກ່າວໃຫ້ຮູ້ເຖິງຈຸດປະສົງ ແລະແຜນການເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດໃນຄັ້ງນີ້ ພ້ອມນີ້, ທ່ານກໍ່ໄດ້ມີການປຶກສາຫາລືຫຼາຍບັນຫາສຳຄັນຮ່ວມກັນທ່ານເຈົ້າແຂວງສະຫວັນນະເຂດ ໂດຍສະເພາະກ່ຽວກັບວຽກງານການປະຕິຮູບການສຶກສາຂອງລາວເຮົາທີ່ພັກ ແລະລັດ ຖະບານພວກເຮົາໄດ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນ ການທີ່ວາງໄວ້.
ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວສະແດງຄວາມຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະ ແລະ ໄດ້ຍົກໃຫ້ຮູ້ສະພາບການຂອງວຽກງານການສຶກສາຢູ່ແຂວງສະ ຫວັນນະເຂດ, ເຊິ່ງກໍ່ໄດ້ມີຂໍ້ຫຍຸ້ງຍາກຫຼາຍປະການເປັນຕົ້ນ: ການຂາດແຄນຄູເຊິ່ງມີໂຕເລກສູງກວ່າ 500 ຄົນໂດຍສະເພາະໃນເຂດຫ່າງໄກສອກຫຼີກຊົນນະບົົດ ແລະ ໃນປີນີ້ກໍ່ມີຄູເຂົ້າຮັບບຳ ນານອີກກວ່າ 300 ຄົນ, ຈາກນີ້ກໍ່ຍັງມີບັນຫາຄູຄົນດຽວສອນຄວບຫຼາຍຫ້ອງເຮັດໃຫ້ການຮຽນ-ການສອນບໍ່ໄດ້ຄຸນນະພາບ, ໂຮງຮຽນໄກ ແລະບັນຫາອື່ນໆອີກຕໍ່ກັບສະພາບການດັ່ງກ່າວ, ທາງຄະນະການນຳຂັ້ນແຂວງພວກເຮົາກໍ່ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ປຶກສາຫາລືຮ່ວມກັນເພື່ອຫາທິດທາງແກ້ໄຂ, ເຊິ່ງເມື່ອບໍ່ດົນມານີ້, ກໍ່ໄດ້ມີການລະດົມທຶນຈາກພາກສ່ວນຕ່າງໆໃນສັງຄົມໄດ້ຈຳນວນກວ່າ 1.4 ຕື້ກີບເພື່ອນຳໄປຈັດຊື້ອຸປະກອນການຮຽນ, ຊຸດນັກຮຽນໄປມອບໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກຂອງແຂວງ.
ສຳລັບແຜນໃນຕໍ່ໜ້າ ແຂວງສະຫວັນນະເຂດ ຈະແບ່ງເອົາ ເງິນເກີນແຜນຂອງແຂວງເພື່ອແກ້ໄຂບັນຫາການຂາດແຄນຄູສອນຈຳນວນ 118 ຄົນເພື່ອໄປສອນຕາມໂຮງຮຽນແຫ່ງຕ່າງໆໃນເຂດສອກຫຼີກໂດຍສະເພາະໃນເຂດເມືອງເຊໂປນ, ພ້ອມນີ້ກໍ່ຈະສຸມໃສ່ການແກ້ໄຂເດັກນ້ອຍໃນເກນໃຫ້ໄດ້ເຂົ້າຮຽນ, ການປະລະການຮຽນ, ການປັບປຸງຜູ້ບໍລິຫານການສຶກສາທັງນີ້ກໍ່ເພື່ອແນໃສ່ເພື່ອເຮັດໃຫ້ວຽກງານການສຶກສາພາຍໃນແຂວງພວກເຮົາໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.
ທີ່ມາ: ສະຫວັນພັດທະນາ ຂ່າວ




