ແຂວງສະຫວັນນະເຂດ ວາງພວງມາລາ ເນື່ອງໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ

ວັນທີ 22 ມີນາ 2025 ນີ້ ການນຳແຂວງສະຫວັນນະເຂດ ເຊິ່ງນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ພ້ອມກັນເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີນັກຮົບນີລະນາມເພື່ອລະນຶກເຖິງບຸນຄຸນ, ຄຸນງາມຄວາມດີຂອງວິລະບູລຸດ, ນັກຮົບປະຕິວັດຜູ້ທີ່ມີນໍ້າໃຈຕໍ່ສູ້ບໍ່ຍອມຈໍານົນກ້າເສຍສະຫຼະຊີວິດ, ເລືອດເນື້ອເພື່ອປະເທດຊາດ ແລະ ການປະຕິວັດ, ຈາກນັ້ນກໍ່ໄດ້ສືບຕໍ່ ວາງກະຕ່າດອກໄມ້ ແລະ ດອກໄມ້ ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ,ອະນຸສາວະລີ ທ່ານພູນ ສີປະເສີດ, ອະນຸສາວະລີ ທ່ານ ໜູຮັກ ພູມສະຫວັນ,ສິ່ງທີ່ເປັນອະນຸສອນສະຖານ ປະທານໂຮ່ຈິມິນ ແລະ ອະນຸສາວະລີ ພໍ່ກະດວດ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 70 ປີ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ






