ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງສາລະວັນ ໄດ້ຮັບອາຄານສູນເລືອດອົງການກາແດງແຂວງຫຼັງໃໝ່

Mar 21, 2025

ພິທີມອບ-ຮັບອາຄານສູນເລືອດກາແດງແຂວງ ສາລະວັນ ຫຼັງໃໝ່ຈັດຂຶ້ນວັນທີ 20 ມີນາ 2025 ພາຍຫຼັງໄດ້ເລີ່ມລົງມືການກໍ່ສ້າງມາແຕ່ເດືອນ ພຶດສະພາ 2024 ເປັນຕົ້ນມາ ແລະ ໄດ້ສຳເລັດເປັນທີ່ຮຽບຮ້ອຍ ໃຊ້ເວລາການກໍ່ສ້າງ 10 ເດືອນກວ່າຈຶ່ງສໍາເລັດ ໂດຍບໍລິສັດແກ້ວມີໄຊ ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 1.700 ລ້ານກວ່າກີບ ງົບປະມານສະໜັບສະໜູນຈາກອົງການກາແດງສະວິດສ໌.
ອາຄານຫຼັງນີ້ເປັນອາຄານຊັ້ນດຽວ ມຸງດ້ວຍກະເບື້ອງ ແລະ ໂຄງສ້າງອາຄານເຮັດດ້ວຍເບຕົງເສີມເຫຼັກ ປະກອບດ້ວຍຫ້ອງວິເຄາະ ຫ້ອງເກັບຮັກສາເລືອດ ຫ້ອງປະຊຸມວິຊາການ ຫ້ອງແພດຍາມ ຫ້ອງຮັບບໍລິຈາກເລືອດ ຫ້ອງສາງມ້ຽນເຄື່ອງບໍລິຈາກເລືອດ ຫ້ອງລ້າງເຄື່ອງ ແລະ ຫ້ອງນໍ້າ ພ້ອມດ້ວຍລະບົບໄຟຟ້າ ລະບົບແອເຢັນ ລະບົບລະບາຍອາກາດ ລະບົບນ້ຳ ແລະ ເຄື່ອງສຸຂະພັນ.
ເຂົ້າຮ່ວມພິທີມອບ-ຮັບອາຄານຄັ້ງນີ້ ມີທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ທ່ານ ນາງ ບີນີຕາ ໂປ່ເດ່ວ ຫົວໜ້າອົງການກາແດງສະວິດສ໌ ປະຈຳລາວ ພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ ຫົວໜ້າສະຖາບັນເລືອດແຫ່ງຊາດ ຫົວໜ້າອົງການກາແດງແຂວງ ແລະ ແຂກຖືກເຊີນຈາກອົງການກາແດງແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ຂ່າວ,ພາບ: ອົງການກາແດງແຫ່ງຊາດລາວ