ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫລວງນ້ຳທາ ທຳລາຍສວນຝິ່ນເກືອບ 10 ເຮັກຕາ

Jan 15, 2025

ຂ່າວ ປກສ ຫລວງນໍ້າທາ ລາຍງານວ່າ: ວັນທີ 8 ມັງກອນ 2025 ທ່ານ ພັທ ທວງໄຊ ດວງມະລາ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ພ້ອມດ້ວຍທີງານ ແລະ ປກຊ-ປກສ ເມືອງວຽງພູຄາ, ກອງພັນ 418 ທະຫານແຂວງ, ກອງຫລອນ-ປກສ ບ້ານນໍ້າວາງ ລົງທໍາລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກ ຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ.
ຄະນະຮັບຜິດຊອບລົງຈັດຕັ້ງປະຕິບັດການກວດກາ ແລະ ທໍາລາຍສວນຝິ່ນ ເຊິ່ງມີນາຍ ແລະ ພົນທະ ຫານ, ນາຍ ແລະ ພົນຕໍາຫລວດ ຈຳນວນ 49 ສະຫາຍ, ໄດ້ແບ່ງອອກເປັນ 3 ຈຸ ອອກເຄື່ອນໄຫວກວດກາ ແລະ ທໍາລາຍຢູ່ 3 ຈຸດຄື: 1. ເຂດພູຫຍ້າຄາ ພົບເຫັນສວນຝິ່ນ 5 ຕອນ ມີເນື້ອທີ່ປະມານ 33,900 ຕາແມັດ. 2. ເຂດບ້ານໜອງອົ້ນ, ນໍ້າເຄືອງ ພົບເຫັນສວນຝິ່ນ 18 ຕອນ ມີເນື້ອທີ່ປະມານ 42,600 ຕາແມັດ. 3. ເຂດຖໍ້າເຈຍ, ຍອດນໍ້າໂຮງ ພົບເຫັນສວນຝິ່ນ 10 ຕອນ ມີເນື້ອທີ່ປະມານ 19,500 ຕາແມັດ.
ລວມສວນຝິ່ນທີ່ໄດ້ທໍາລາຍໃນຄັ້ງນີ້ ມີທັງໝົດ 33 ຕອນ, ເນື້ອທີ່ປະມານ 96,000 ຕາແມັດ ຫຼື 9,6 ເຮັກຕາ.