ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫລວງພະບາງ ພວມເລັ່ງແກ້ໄຂບັນຫາການຂົນສົ່ງນັກທ່ອງທ່ຽວ

Feb 8, 2025

ແຂວງຫລວງພະບາງ ພວມເລັ່ງແກ້ໄຂບັນຫາການຂົນສົ່ງນັກທ່ອງທ່ຽວ
ເມື່ອບໍ່ດົນມານີ້, ທ່ານ ບລົ່ງວ່າງ ຫວ່າງເຈຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໃຫ້ສໍາພາດຕໍ່ສື່ມວນຊົນຫລວງພະບາງ ກ່ຽວກັບການກະກຽມທົດລອງບໍລິການລົດສາ ທາລະນະເຂົ້າເຖິງແຫລ່ງທ່ອງທ່ຽວ ໂດຍບໍ່ເສຍຄ່າ ເລີ່ມແຕ່ວັນທີ 24 ກຸມພາ ຫາ 3 ມີນາ 2025 ເພື່ອເປັນການຈັດສັນຄວາມ ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂການບັນຫາ ການສັນຈອນແອອັດໃນຕົວເມືອງພາຍໃນນະຄອນຫລວງພະບາງ ວ່າ: ການກຳນົດມາດຕະການ ໃຫ້ນຳໃຊ້ລົດສາທາລະນະ ເປັນວິທີການໜຶ່ງໃນການແກ້ໄຂບັນຫາດັ່ງກ່າວ, ເຊິ່ງຢູ່ນະຄອນຫລວງພະບາງ ປັດຈຸບັນພວມກະກຽມຄວາມພ້ອມ ເພື່ອທົດລອງບໍລິການລົດສາທາລະນະແບບບໍ່ເສຍຄ່າ ໂດຍໃຊ້ລົດເມສາທາລະນະ ທີ່ໄດ້ຮັບການຊຸກຍູ້ຈາກລັດຖະບານ ບໍລິການໃນ 3 ສາຍທາງ ຄື:
1. ຈາກເດີ່ນທາດຫລວງ ຫາຕາດກວາງຊີ ອອກທຸກ 1 ຊົ່ວໂມງ,
2. ຈາກເດີ່ນທາດຫລວງ ຫາ ສາຖານີລົດໄຟ ອອກທຸກ 1 ຊົ່ວໂມງ, ສ່ວນພາຍໃນເທສະບານຈະມີ 2 ຮູບແບບ ໂດຍຈະໃຊ້ລົດເມສາທາລະນະ ທີ່ໄດ້ຮັບການຊຸກຍູ້ຈາກລັດຖະບານ
3. ຈາກເດີ່ນທາດຫລວງ ຫາແຄມຄານ-ແຄມຂອງ ອອກທຸກ 10 ນາທີ ແລະ ນຳໃຊ້ຕຸກໆ 2 ແຖວ ຫລື ລົດໄຟຟ້າ ຈາກເດີ່ນທາດຫລວງ ຫາ ສາມແຍກປາກຄານ ອອກທຸກ 10 ນາທີ ເພື່ອອຳ ນວຍຄວາມສະດວກໃຫ້ກັບບັນດາແຂກ ທີ່ເຂົ້າມາທ່ອງທ່ຽວຫລວງພະບາງ ລວມທັງປະຊາຊົນ, ພະນັກງານ, ທະຫານ, ຕໍ່າຫລວດ ທີ່ດຳລົງຊີວິດຢູ່ພາຍໃນ ນະຄອນຫລວງພະບາງ, ເຊິ່ງຈະເຮັດໃຫ້ການສັນຈອນພາຍໃນນະຄອນຫຼວງ ພະບາງ ມີຄວາມ ສະດວກ ແລະ ມີຄວາມປອດໄພຫລາຍຂຶ້ນ.
ສຳລັບບັນດາຜູ້ປະກອບການລົດຕູ້ທີ່ຈະຂົນສົ່ງນັກທ່ອງ ທ່ຽວເຂົ້າໄປໃນຕົວເມືອງນະຄອນຫລວງພະບາງ ໂດຍສະເພາະເຂດມໍລະດົກ ແມ່ນໃຫ້ນຳສົ່ງແຂກໄປຂຶ້ນລົດເມສາທາລະນະຢູ່ເດີ່ນທາດຫລວງ ແລະ ຮັບນັກທ່ອງທ່ຽວຂຶ້ນລົດຢູ່ເດີ່ນທາດຫລວງ ໄປທ່ຽວສະຖານທີ່ທ່ອງທ່ຽວອື່ນຕໍ່ໄດ້ ຍົກເວັ້ນສະຖານ ທີ່ທ່ອງທ່ຽວໃນເຂດມໍ ລະດົກ ຫ້າມບໍ່ໃຫ້ນຳລົດເຂົ້າໄປສົ່ງນັກທ່ອງທ່ຽວເຂົ້າໄປໃນເຂດມໍລະດົກ ເພາະຈະເຮັດໃຫ້ການສັນຈອນແອອັດຄືຜ່ານມາ.