ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫົວພັນ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 99 ປີ

May 31, 2024

ຕອນເຊົ້າວັນທີ 31 ພຶດສະພາ 2024ນີ້ ແຂວງຫົວພັນໄດ້ສໍາເລັດພິທີສະເຫຼີມສະຫຼອງວັນ ເດັກນ້ອຍສາກົນ ຄົບຮອບ 99 ປີ ຢູ່ທີ່ຫໍວັດທະນະທຳຂອງແຂວງ ເປັນກຽດເຂົ້າຮ່ວມ ຂອງທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ມີບັນດາທ່ານ ຄະນະປະຈໍາ, ກໍາມະການພັກແຂວງ, ຫົວໜ້າຮອງຫົວໜ້າພະແນກການ, ຫ້ອງການ, ພະນັກງານ, ກຳລັງປກຊ, ປກສ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງເດັກ, ນ້ອງຫຼານນັກຮຽນມາຈາກໂຮງຮຽນອ້ອມຂ້າງເທດສະບານ ເຂົ້າຮ່ວມດ້ວຍບັນຍາກາດຢ່າງຄຶກຄື້ນ.
ພິທີສະເຫຼີມສະຫຼອງໄດ້ຮັບຟັງປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງ ວັນເດັກນ້ອຍສາກົນຄົບຮອບ 99 ປີ ( ວັນທີ 1 ມິຖຸນາ 1925-ວັນທີ 1​ມິຖຸນ 2024) ເຊິ່ງ ກອງປະຊຸມສະມັດຊາໃຫຍ່ຂອງສັນນິບາດນາໆຊາດ, ໃນວັນທີ 16 ກັນຍາ 1924 ໄດ້ ຮັບຮອງເອົາ “ຖະແຫຼງການເຊຼີແນວ ກ່ຽວກັບສິດທິຂອງເດັກ” ເປັນຄັ້ງທໍາອິດ ຊື່ງໄດ້ປະກາດວ່າ: ເດັກມີຄວາມຕ້ອງການໃນການປ້ອງກັນ ແລະ ດູ ແລເບິ່ງແຍງເປັນພິເສດ ລວມທັງການຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງ ທີ່ເໝາະສົມທາງດ້ານກົດໝາຍແກ່ເດັກກ່ອນເກີດ ແລະ ຫຼັງເກີດ ຍ້ອນວ່າ ເດັກຍັງບໍ່ທັນມີວຸດທິພາວະທີ່ສົມບູນຄົບຖ້ວນທາງດ້ານຮ່າງກາຍ ແລະ ຈິດໃຈ, ກອງປະຊຸມໂລກຄັ້ງທໍາອິດ ເພື່ອຄວາມເປັນຢູ່ທີ່ດີຂອງເດັກ ໄດ້ຖືກຈັດຂຶ້ນຢູ່ທີ່ເຊີແນວ, ປະເທດສະວິດເຊີແລນ ໃນວັນທີ 1 ມິຖຸນາ 1925 ແລະ ໄດ້ປະກາດເອົາວັນດັ່ງກ່າວເປັນວັນເດັກສາກົນ. ມາຮອດເດືອນພະຈິກ 1949 ກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງປະຊາທິປະໄຕສາກົນ, ທີ່ນະຄອນຫຼວງມົດສະກູ , ສະຫະພາບໂຊຫວຽດ ໄດ້ປະກາດເອົາ ວັນທີ 1 ມິຖຸນາ ເປັນວັນເດັກສາກົນຢ່າງເປັນທາງການ ທັງນີ້ກໍ່ເພື່ອຊຸກຍູ້ ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ ແລະ ບັນດາປະເທດໃນທົ່ວໂລກ ກໍ່ໄດ້ກໍານົດເອົາ ວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຕາມເງື່ອນໄຂຕົວຈິງຂອງແຕ່ລະປະເທດ. ຈຸດປະສົງໃນການ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນຄົບຮອບ 99 ປີ ໃນຄັ້ງນີ້ເພື່ອແນ່ໃສ່ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກໃນທົ່ວໂລກ, ຍ້ອນເຫັນໄດ້ຄວາມສຳຄັນຂອງເດັກທີ່ເປັນອະນາຄົດຂອງຊາດ, ເປັນໜໍ່ແໜ່ງທຶນຮອນແຫ່ງຊິວິດໃນວັນນີ້ ເພື່ອກາຍເປັນອະນາຄົດອັນແຍ່ມໃສຂອງປະເທດຊາດໃນວັນໜ້າ.
ໂອກາດນີ້ຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີ ຈາກນ້ອງນ້ອຍນັກຮຽນຈາກບັນດາໂຮງຮຽນອ້ອມຂ້າງ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
ຂ່າວ: nang