ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫົວພັນ ສໍາມະນາກ່ຽວກັບ ການຄຸ້ມຄອງຖິ່ນກໍາເນີດຜ້າໄຫມຫົວພັນ

Oct 17, 2024

ແຂວງຫົວພັນ ສໍາມະນາກ່ຽວກັບ ການຄຸ້ມຄອງຖິ່ນກໍາເນີດຜ້າໄຫມຫົວພັນ
ວັນທີ 16 ຕຸລາ 2024 ນີ້, ພະແນກອຸດສາຫະກຳ ແລະ ການ ຄ້າແຂວງຫົວພັນ ໄດ້ຈັດກອງປະຊຸມ ສຳມະນາກ່ຽວກັບການຄຸ້ມ ຄອງຖິ່ນກຳເນີດແບບລວມໝູ່ສຳລັບພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນແຂວງຫົວພັນ ແລະ ສະມາຄົມສົ່ງເສີມຜ້າໄໝຫົວພັນ ຂື້ນຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ. ໂດຍການເປັນປະທານຂອງ ທ່ານ ກິໂກໂນວັນ ບຸນສົງຄາມ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງຫົວພັນ.
ຖິ່ນກໍາເນີດ ຜ້າໄໝຫົວພັນ ໄດ້ຮັບການຈົດທະບຽນ ນັບ ແຕ່ປີ 2020 ເປັນຕົ້ນມາ ຫຼັງຈາກນັ້ນ ກໍ່ປະເຊີນ ກັບໄລຍະຄວາມ ຫຍຸ້ງຍາກ ແລະ ຂໍ້ຈໍາກັດຫຼາຍດ້ານ ໂດຍສະເພາະແມ່ນ ການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ ອຸດສາຫະກໍາຜ້າໄໝຂອງລາວ, ເວົ້າສະເພາະ ກໍ່ແມ່ນຖິ່ນກໍາເນີດຜ້າໄໝຫົວພັນ ຈຶ່ງເຮັດໃຫ້ການຊຸກຍູ້ ສົ່ງເສີມວຽກງານຖິ່ນກໍາ ເນີດຜ້າໄໝຫົວພັນ ມີລັກສະນະບໍ່ເຕັມເມັດເຕັມໜ່ວຍ.
ນອກນັ້ນ, ສະມາຄົມສົ່ງເສີມຖິ່ນກໍາເນີດຜ້າໄໝຫົວພັນ ຍັງ ມີຂໍ້ຈໍາກັດຫຼາຍດ້ານ ທັງຂໍ້ຈໍາກັດດ້ານຄວາມສາມາດໃນການຄຸ້ມ ຄອງ ແລະ ສົ່ງເສີມຖິ່ນກໍາເນີດຜ້າໄໝຫົວພັນ, ຂໍ້ຈໍາກັດດ້ານປະສົບການ ແລະ ທຶນຮອນ ຊຶ່ງສິ່ງເຫຼົ່ານີ້ ລ້ວນແລ້ວແຕ່ເປັນບັນຫາຕົ້ນຕໍ ຕໍ່ກັບການພັດທະນາ ແລະ ຜົນສໍາເລັດຂອງຖິ່ນກໍາເນີດຜ້າໄໝຫົວພັນ.
ການສໍາມະນາຄັ້ງນີ້ ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍ
ຄວາມສໍາຄັນຕໍ່ກັບການພັດທະນາວຽກງານ ຖິ່ນກໍາເນີດ ຜ້າໄໝຫົວພັນ ໂດຍສະເພາະແມ່ນ ການສ້າງຄວາມເຂັ້ມແຂງດ້ານການ ຄຸ້ມຄອງຖິ່ນກໍາເນີດໃຫ້ສະມາ ຄົມສົ່ງເສີມຜ້າໄໝຫົວພັນ ພ້ອມນັ້ນ ກໍ່ຍັງໄດ້ສ້າງຄວາມເຂັ້ມແຂງ ແລະ ເຄື່ອງມື ທາງດ້ານການໂຄ ສະນາສົ່ງເສີມທາງ ການຕະຫຼາດໃຫ້ສະມາຄົມສົ່ງເສີມຖິ່ນກໍາເນີດຜ້າໄໝຫົວພັນເພື່ອໃຫ້ສາມາດນໍາເອົາຜ້າໄໝທີ່ເປັນສິນຄ້າຖິ່ນກໍາ ເນີດທີ່ແຂວງຫົວພັນມີຄວາມພາກພູມໃຈເອກອ້າງ ເຖິງຄວາມມີເອກະລັກສະເພາະ ໃຫ້ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ໄດ້ສໍາຜັດ ແລະ ຊົມໃຊ້. ຈະເປັນປະໂຫຍດຢ່າງສູງ ສໍາລັບການພັດ ທະນາຖິ່ນກໍາເນີດຜ້າໄໝຫົວພັນ ແລະ ຈະປະ ກອບສ່ວນຊ່ວຍປັບປຸງຊີວິດການເປັນຢູ່ຂອງຜູ້ຜະລິດຜ້າໄໝ ກໍ່ຄືແມ່ຍິງໃນເຂດຊົນນະບົດ ໃຫ້ດີຂຶ້ນ ຢ່າງຕໍ່ເນື່ອງ ແລະ ກ້າວໄປເຖິງການຫຼຸດພົ້ນອອກຈາກຄວາມທຸກຍາກ, ຄວາມດ້ອຍພັດທະ ນາ ທັງໃນລະດັບທ້ອງຖິ່ນ ກໍ່ຄືລະດັບຊາດ.
ການຈັດຕັ້ງປະຕິບັດວຽກງານເຫຼົ່ານີ້ ແມ່ນການພັດທະນາຖິ່ນກໍາເນີດ ທີ່ມີລັກສະນະຮອບດ້ານ ແລະ ຈະຊ່ວຍເຮັດໃຫ້ຖິ່ນກໍາເນີດຜ້າໄໝຫົວພັນ ປະສົບຜົນສໍາເລັດ ແລະນໍາຜົນປະໂຫຍດ ທາງດ້ານເສດຖະກິດ ແລະ ສັງ ຄົມມາສູ່ທຸກພາກສ່ວນທີ່ກ່ຽວ ຂ້ອງໃນຕໍ່ໜ້າ.
ຂ່າວ-ພາບ: ນິດຖະໜອມ