ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫົວພັນ ຮັບເງິນຊ່ວຍເຫຼືອແກ້ໄຂໄພນໍ້າຖ້ວມ 600 ລ້ານກວ່າກີບ

Sep 30, 2024

ວັນທີ 30 ກັນຍາ 2024, ບັນດາບໍລິສັດ, ນິຕິບຸກຄົນ ນໍາເງິນມອບຊ່ວຍເຫຼືອໄພນໍ້າຖ້ວມຢູ່ແຂວງຫົວພັນ ຈໍານວນ 600 ລ້ານກ່ວາກີບ ໃນນີ້: ບໍລິສັດ ໄຊຊະນະກໍ່ສ້າງຂົວທາງ ແລະ ຂຸດຄົ້ນແຮ່ຈໍາກັດຜູ້ດຽວ 250 ລ້ານກີບ, ບໍລິສັດ ພົນວິລະເດດ ຈະເລີນຊັບ ຈໍາກັດ 200 ລ້ານກີບ, ຄອບຄົວ ຄໍາວິເສດ ໄຊສົມແພງ 69 ລ້ານກວ່າກີບ, ບໍລິສັດຮຶງຟາດ 50 ລ້ານກີບ, ບໍລິສັດການຢາແທັງຮວ່າ-ຫົວພັນ 22 ລ້ານກີບ, ສະມາຄົມຫວຽດນາມ ປະຈໍາແຂວງຫົວພັນ 20 ລ້ານກີບ, ບໍລິສັດຈູດິງຮາຍ 11 ລ້ານກີບ.
ໂດຍແມ່ນ ຜູ້ຕາງໜ້າບໍລິສັດ, ຄອບຄົວເປັນຜູ້ມອບ, ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນພ້ອມດ້ວຍຄະນະເປັນຜູ້ຮັບ.
ເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອໃນຄັ້ງນີ້ ແຂວງຈະໄດ້ນໍາໃຊ້ເຂົ້າໃນປັບປຸງຊິວິດການເປັນຢູ່ ແລະ ຟື້ນຟູພື້ນຖານໂຄງລ່າງຂອງແຂວງຫົວພັນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງວັນທີ 22 ກັນຍາ ຜ່ານມາ.
ໂອກາດນີ້ແຂວງຫົວພັນໄດ້ມອບໃບກຽດຕິຄຸນໃຫ້ບັນດາບໍລິສັດ, ນິຕິບຸກຄົນຕື່ມອີກ.