ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫຼວງນໍ້າທາ ປະສົບຜົນສໍາເລັດໃນການເປັນເມືອງແຫ່ງສະເໜ່ຂອງລາວໃນງານ CAEXPO ຄັ້ງທີ 22

Sep 24, 2025

ງານວາງສະແດງສິນຄ້າ ອາຊຽນ-ຈີນ (CAEXPO) ຄັ້ງທີ 22 ຈັດຂຶ້ນລະຫວ່າງວັນທີ 17-21 ກັນຍາ 2025 ທີ່ນະຄອນນານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ພາຍໃຕ້ຄຳຂວັນ: “ປັນຍາປະດິດ ແລະ ນະວັດຕະກຳ ເພື່ອຊຸກຍູ້ການພັດທະນາ ແລະ ນໍາໃຊ້ໂອກາດໃໝ່ຂອງເຂດການຄ້າເສລີ ອາຊຽນ-ຈີນ ສະບັບ 3.0 ເພື່ອສ້າງຄູ່ຮ່ວມຊາຕາກຳຂອງປະຊາຄົມອາຊຽນ ແລະ ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ” ໂດຍມີຫຼາຍກວ່າ 3.200 ບໍລິສັດຈາກ 60 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກເຂົ້າຮ່ວມ. ສໍາລັບປະເທດລາວ, ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດລາວ ໄດ້ນໍາພາຄະນະຜູ້ແທນຈາກຂະແໜງການທີ່ກ່ຽວຂ້ອງ, ລວມມີເກືອບ 70 ຫົວໜ່ວຍ, 1 ສະມາຄົມ, 6 ກຸ່ມປະເພດສິນຄ້າຂອງລາວ ເຂົ້າຮ່ວມງານຄັ້ງນີ້.
ເວົ້າສະເພາະ ແຂວງຫຼວງນໍ້າທາ ທີ່ເຂົ້າຮ່ວມງານຄັ້ງນີ້ໃນຖານະເປັນເມືອງແຫ່ງສະເໜ່ຂອງລາວ ໄດ້ສ້າງພາບຈໍາລອງທ່າແຮງ ແລະ ຮ້ານ ຫຼື ຫ້ອງວາງສະແດງສິນຄ້າຈາກແຂວງຫຼວງນໍ້າທາ ແລະ ຈາກປະເທດລາວ ເພື່ອນໍາສະເໜີສິນຄ້າກະສິກໍາ, ເຄື່ອງເຟີນີເຈີ ແລະ ຫັດຖະກຳໄມ້ແກະສະລັກ, ເຄື່ອງປະດັບເອ້ອັນຍະມະນີ ແລະ ເຄື່ອງເງິນ, ສິນຄ້າຫັດ ຖະກຳ (ຜະລິດຕະພັນໄມ້ ແລະ ຜ້າຝ້າຍຜ້າໄໝ), ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ, ໂຄສະນາການທ່ອງທ່ຽວ ແລະ ບໍລິການ, ການຄ້າຜ່ານເອເລັກໂຕຣນິກ, ລວມທັງສ້າງເວທີການນໍາສະເໜີທ່າແຮງຂອງແຂວງເພື່ອດຶງດູດການລົງທຶນ ແລະ ກິດຈະກໍາສ້າງເຄືອຄ່າຍຈັບຄູ່ທຸລະກິດ ແລະອື່ນໆ.
May be an image of 10 people and text May be an image of 8 people, newsroom and text
ຄະນະຮັບຜິດຊອບແຂວງຫຼວງນໍ້າທາ ທີ່ເຂົ້າຮ່ວມ CAEXPO ຄັ້ງທີ 22 ໃຫ້ຮູ້ວ່າ: ແຂວງຫຼວງນໍ້າທາ ກໍຄື ປະເທດລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີຈາກການເຂົ້າຮ່ວມງານຄັ້ງນີ້. ໃນນີ້, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ໄດ້ນໍາສະເໜີທ່າແຮການສົ່ງເສີມກະສິກໍາທັນສະໄໝ, ພະລັງງານສະອາດ, ການບໍລິການ ແລະ ການທ່ອງທ່ຽວເປັນ ຕົ້ນຕໍສໍາລັບການດຶງດູດການລົງທຶນຈາກຈີນ. ເຂົ້າຮ່ວມກອງປະຊຸມການຮ່ວມມືດ້ານການລົງທຶນ ແລະ ການຄ້າລາວ-ຈີນ ເພື່ອຊ່ວຍສົ່ງເສີມການເຈລະຈາ ແລະ ການຮ່ວມມືໄລຍະຍາວໃນດ້ານທຸລະກິດທີ່ນໍາໃຊ້ນະວັດຕະກໍາໃໝ່ ແລະ ເຂດເສດຖະກິດຊາຍແດນ. ພ້ອມນີ້ ຍັງໄດ້ເຊັນສັນຍາພັດທະນາໂຄງການທ່ອງທ່ຽວກຸ່ມບ້ານຊ້າງບໍ່ເຕ່ນລະຫວ່າງອົງການປົກຄອງແຂວງຫຼວງນ້ຳທາກັບກຸ່ມບໍລິສັດພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມຈຳກັດ ຖືເປັນບາດກ້າວສໍາຄັນໃນການສ້າງໂອກາດການລົງທຶນທີ່ເປັນຮູບປະທໍາຢ່າງແທ້ຈິ່ງ ແລະ ອື່ນໆ.
ການແລກປ່ຽນດ້ານສັງຄົມ ແລະ ວັດທະນະທໍາ: ຫ້ອງວາງສະແດງເມືອງແຫ່ງສະເໜ່ ແລະ ຫ້ອງວາງສະແດງສີນຄ້າຂອງລາວ ທີ່ໄດ້ກໍານົດເອົາ “ນົກຂວາ” ເຊິ່ງເປັນສັນຍາລັກຂອງແຂວງຫຼວງນໍ້າທາ ເປັນສັນຍາລັກຂອງລາວໃນການເຂົ້າຮ່ວມງານຄັ້ງນີ້, ບໍ່ພຽງແຕ່ຊ່ວຍຕົບແຕ່ງຄວາມງົດງາມເທົ່ານັ້ນ, ຍັງສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງແຂວງຫຼວງນໍ້າທາ ໃນການສົ່ງເສີມການທ່ອງທ່ຽວແບບອະນຸລັກ, ພາບລັກດ້ານວັດທະນະທໍາ ແລະ ການອະນຸລັກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຕື່ມອີກ. ຂະນທີ່ການວາງສະແດງຫັດຖະກໍາ, ຜະ ລິດຕະພັນທ້ອງຖິ່ນ ແລະ ກິດຈະກໍາວັດທະນະທໍາສາມາດດຶງດູດຜູ້ເຂົ້າຊົມເປັນຈໍານວນຫຼາຍ ແລະ ເສີມສ້າງການແລກປ່ຽນທາງສັງຄົມ. ສ່ວນກິດຈະກໍາການສະແດງສິລະປະວັດທະນະທໍາ ແລະ ການມີສ່ວນຮ່ວມໃນງານ ໄດ້ຊ່ວຍເຜີຍແຜ່ຄວາມເປັນເອກະລັກສະເພາະ ແລະ ບົ່ງບອກເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທໍາຊົນເຜົ່າຂອງແຂວງຫຼວງນໍ້າທາ ກໍຄື ຂອງລາວ. ພ້ອມນີ້, ຫ້ອງວາງສະແດງເມືອງແຫ່ງສະເໜ່ຂອງລາວ ໄດ້ຮັບຄັດເລືອກໃຫ້ເປັນຫ້ອງວາງສະແດງຊະນະເລີດ (The Best National Pavilion) ພາຍງານຄັ້ງນີ້ອີກດ້ວຍ.
May be an image of text May be an image of 12 people, newsroom, dais and text
ການພັດທະນາການທ່ອງທ່ຽວ: ປະເທດລາວ ແມ່ນເນັ້ນໃສ່ທ່າແຮງການທ່ອງທ່ຽວດ້ານວັດທະນະທໍາທີ່ຫຼາກຫຼາຍ, ທໍາມະຊາດທີ່ອຸດົມສົມບູນ ແລະ ປະຫວັດສາດອັນຍາວນານ ໂດຍສະເພາະການທ່ອງທ່ຽວປະຈົນໄພແບບອະນຸລັກ ແລະ ປະຊາຊົນມີສ່ວນຮ່ວມ ສອດຄ່ອງກັບນະໂຍບາຍການທ່ອງທ່ຽວແບບຍືນຍົງຂອງອາຊຽນ. ການພັດທະນາການທ່ອງທ່ຽວກຸ່ມບ້ານຊ້າງບໍ່ເຕ່ນເປັນໂຄງການຕົ້ນແບບການພັດທະນາການທ່ອງທ່ຽວແບບອະນຸລັກ, ລວມເຖິງການອະນຸລັກຊ້າງ, ທີ່ພັກແຮມ, ອາຫານ ແລະ ຫັດຖະກໍາທ້ອງຖິ່ນ, ກິດຈະກໍາປະຈົນໄພ ແລະ ການຮຽນຮູ້ສິ່ງແວດລ້ອມ. ການເຂົ້າຮ່ວມງານຄັ້ງນີ້ ໄດ້ຊ່ວຍຍົກລະດັບ ພາບລັກຂອງແຂວງຫຼວງນໍ້າທາໃນຖານະເປັນຈຸດໝາຍປາຍທາງການທ່ອງທ່ຽບແບບອະນຸລັກລິດັບຕົ້ນໆ ຂອງພາກເໜືອລາວໃຫ້ດີຂຶ້ນກວ່າເກົ່າ.
ການຮ່ວມມືດ້ານນະວັດຕະກໍາ ແລະ ເຕັກໂນໂລຊີ: ຄະນະຜູ້ແທນແຂວງຫຼວງນໍ້າທາ ກໍຄື ຄະນະຜູ້ແທນລາວ ໄດ້ເຂົ້າຢ້ຽມຊົມສູນນະວັດຕະກໍາການຮ່ວມມືດ້ານປັນຍາປະດິດ ຈີນ-ອາຊຽນ ແລະ ເຂົ້າຮ່ວມພິທີເປີດບໍລິສັດ SX Group Intelligence Technology Co., Ltd ຊຶ່ງເປັນບໍລິສັດແຫ່ງທໍາອິດຂອງລາວທີ່ຮ່ວມມືກັບສູນດັ່ງກ່າວ ເພື່ອພັດທະນາ AI ຢູ່ລາວ, ເຂົ້າຮ່ວມກອງປະຊຸມການຮ່ວມມືການຈັດການພາວະສຸກເສີນ ຈີນ-ອາຊຽນ ແລະ ສະແດງການຊ້ອມກູ້ໄພຂ້າມຊາຍແດນຕາມໂຄງການໜຶ່ງແລວໜຶ່ງເສັ້ນທາງ ປີ 2025 ເປັນການເປີດໂອກາດໄດ້ຮຽນຮູ້, ການຮ່ວມມືດ້ານຄວາມປອດໄພ, ການພັດທະນາບຸກຄະລາກອນ ແລະ ຄວາມຍືນຍົງຂອງພາກພື້ນ.
ການສົ່ງເສີມການຮ່ວມມື ລາວ-ຈີນ-ອາຊຽນ: ການເຂົ້າຮ່ວມງານ CAEXPO 2025 ສາມາດຢືນຍັນບົດບາດຂອງລາວໃນຖານະເປັນສະມາຊິກອາຊຽນທີ່ເຊື່ອມໂຍງການຮ່ວມມືກັບຈີນ ແລະ ຈັດຕັ້ງປະຕິບັດໂຄງການໜຶ່ງແລວໜຶ່ງເສັ້ນທາງ, ແຜນຮ່ວມມືຍຸດທະສາດ, ຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ. ແຂວງຫຼວງນໍ້າທາ ຍັງໄດ້ຍົກໃຫ້ເຫັນທ່າແຮງໃນການສະໜັບສະໜູນການຄ້າຂ້າມຊາຍແດນ, ການເຊື່ອມໂຍງໂຄງລ່າງພື້ນຖານ ແລະ ການຮ່ວມມືກັບພາກພື້ນ, ການເຈລະຈາແລະລົງນາມໂຄງການຕ່າງໆ ຊ່ວຍສ້າງຄວາມເຊື່ອໝັ້ນ, ຄວາມສໍາພັນອັນດີງາມ ແລະ ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຕື່ມອີກ.
May be an image of 4 people and text May be an image of 4 people and text that says 'LAOPDR-老抛 LAO PDR- 老抛 LuangNamthaProvince Luang Namtha Province 狼南塔省 我的名字是依·诺卡 My name MynameisNongNokKhwa is Nong Nok Khwa'
ງານວາງສະແດງສິນຄ້າອາຊຽນ-ຈີນ ແມ່ນງານທີ່ຈັດຂຶ້ນທຸກໆປີ ເປັນງານວາງສະແດງທີ່ຍິ່ງໃຫຍ່ຂອງ ສປ ຈີນ ທີ່ໄດ້ຫັນປ່ຽນຈາກເວທີການຄ້າສິນຄ້າພຽງຢ່າງດຽວ ກາຍມາເປັນຂົວຕໍ່ທີ່ສໍາຄັນທາງດ້ານການສື່ສານນະໂຍບາຍ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການເພີ່ມຄວາມຄ່ອງຕົວດ້ານການຄ້າ, ການສ້າງຊ່ອງທາງລະດົມທຶນ, ການເສີມສ້າງຄວາມເຂົ້າໃຈລະຫວ່າງຈີນ-ອາຊຽນ ເພື່ອເພີ່ມແຮງຊຸກຍູ້ໃໝ່ໃຫ້ແກ່ການຮ່ວມມືໃນພາກພື້ນ ແລະອື່ນໆ. ເຊື່ອໝັ້ນວ່າ: ຜ່ານຈາກການເຂົ້າຮ່ວມງານຄັ້ງນີ້ ຈະປະກອບສ່ວນສໍາຄັນເຮັດໃຫ້ການຮ່ວມມືລະຫວ່າງ ລາວ-ຈີນ, ລວມທັງບັນດາປະເທດສະມາຊິກອາຊຽນໃນດ້ານການຄ້າ, ການລົງທຶນ, ເຕັກໂນໂລຊີໃໝ່ ໂດຍສະເພາະ AI, ການທ່ອງທ່ຽວ ແລະ ອື່ນໆ ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ. ໃນນີ້ ສະເພາະຫຼວງນໍ້າທາ ທີ່ເປັນແຂວງຊາຍແດນທາງຜ່ານຈາກລາວໄປຫາຈີນ ແລະ ຈາກຈີນເຂົ້າມາລາວ ຍິ່ງຈະໄດ້ຮັບຜົນປະໂຫຍດທັງທາງກົງ ແລະ ທາງອ້ອມຫຼາຍຂຶ້ນຜ່ານການຮ່ວມມືດັ່ງກ່າວ.
ໂດຍ: BT, ວສລ