ໃນວັນທີ 5 ນີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ນຳໂດຍ ສະຫາຍ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ເຂົ້າວາງພວງມາລາ ໄວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ.
ສະຫາຍ ຄຳຟອງ ອິນມານີ ໄດ້ເຊັນຄໍາໄວ້ອາໄລ ທີ່ມີເນື້ອໃນວ່າ: ຄະນະບໍລິຫານງານພັກແຂວງຫຼວງນໍ້າທາ, ສະພາປະຊາຊົນແຂວງຫຼວງນໍ້າທາ ຂໍອາໄລຮັກຢ່າງສຸດຊຶ້ງ ເຖິງການຈາກໄປຂອງ ປະທານ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ. ການຈາກໄປຂອງ ປະທານ ຄຳໄຕ ສີພັນດອນ ເປັນການສູນເສຍຜູ້ນຳທີ່ແສນເຄົາລົບຮັກ, ຜູ້ນຳທີ່ລໍ້າເລີດ ແລະ ເກັ່ງກ້າອາດຫານ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເປັນຜູ້ເສຍສະຫຼະອັນສູງສົ່ງ ທັງເປັນແບບຢ່າງທີ່ດີງາມ ໄວ້ໃຫ້ການຈັດຕັ້ງ, ການນຳ ແລະ ລູກຫຼານໄດ້ສືບທອດຕະຫຼອດໄປ, ຄະນະບໍລິຫານງານພັກແຂວງ, ປະຊາຊົນຊາວແຂວງຫຼວງນໍ້າທາ ທຸກຖ້ວນໜ້າ ຂໍຈົດຈຳຄຸນງາມຄວາມດີທີ່ທ່ານ ປະທານ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດເພື່ອປະເທດຊາດ ແລະ ເພື່ອປະຊາຊົນລາວຕະຫຼອດໄປ.
ຂ່າວ: ສຳນານ, ພາບ: ວັນເພັງ-ບຸນອູ້ມ






