ວັນທີ 6 ພະຈິກ 2024 ນີ້, ທີ່ເດີນກິລາໃນຮົ່ມແຂວງຫຼວງ ພະບາງ ຈັດພິທີທໍາລາຍຢາເສບຕິດ ໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 23 ປີ, ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍການນຳນະຄອນ ຫຼວງພະບາງ, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ, ພະ ແນກການ-ອົງການ, ນັກຮຽນ-ນັກສຶກສາ ແລະອົງການປົກຄອງບ້ານອ້ອມຂ້າງ ເຂົ້າ ຮ່ວມ.
ພັນເອກ ຄໍາເພົາ ເດດບັນດິດ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະ ຫງົບແຂວງ, ໄດ້ຂຶ້ນລາຍງານວ່າ: ໃນ 1 ປີຜ່ານມາ ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາ ການ ປ້ອງກັນຄວາມ ສະຫງົບແຂວງ ສາມາດມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 193 ລາຍ, ຈັບຜູ້ຖືກຫາ 355 ຄົນ, ຍິງ 37 ຄົນ, ຄົນຕ່າງປະ ເທດ 06 ຄົນ. ຍຶດຂອງກາງຢາເສບຕິດປະເພດ ຢາບ້າ ໄດ້ 7.469.459 ເມັດ ນໍ້າໜັກ 764,94 ກິໂລກຼາມ, ເຮໂຣອິນ 81 ແທ່ງ ແລະ 19 ຫໍ່ ນໍ້າໜັກ 52,97 ກິໂລກຼາມ, ໂຄເຄນ 1,6 ກຼາມ, ຢາໄອສ໌ 28,2 ກຼາມ, ຢາຝິ່ນ 26,2 ກຼາມ, ຢາເຄຕາມິນ 197,2 ກຼາມ, ຄໍລາເຈນ 14 ຊອງ ນ້ຳໜັກ 698,2 ກຼາມ, ກາເຟປະສົມຢາອີ 4 ຊ່ອງ ນ້ຳໜັກ 350,1 ກຼາມ, ຝຸ່ນສີຂາວ 14,8 ກຼາມ, ຝຸ່ນສີແດງ 5 ກຼາມ, ກັນຊາແຫ້ງ 3,41 ກິໂລກຼາມ, ໃບກະທ້ອມ 86,8 ກິໂລກຼາມ, ນໍ້າຢາແກ້ໄອ ໃຊ້ປະສົມນໍ້າກະທ້ອມ 988 ກ່ອງ, ຢາສູບໄຟຟ້າ 144 ອັນ ແລະອຸປະກອບເສບຢາຈຳນວນໜຶ່ງ.
ຍຶດພາຫະນະ ແລະເຄື່ອງມືສື່ສານ ປະກອບມີ ລົດໃຫຍ່ 12 ຄັນ, ລົດຈັກ 85 ຄັນ ແລະໂທລະສັບ ມືຖື 256 ໜ່ວຍ, ຍຶດອາວຸດເສິກ ແລະທາດລະເບີດ ປະກອບມີ ປືນສັ້ນ 02 ກະບອກ ພ້ອມດ້ວຍລຸກ 21 ລູກ, ປືນດັດແປງ 01 ກະບອກ, ປືນແກັບລ່າເນື້ອ 03 ກະ ບອກ, ດີນລະເບີດ ຫຼື ໝາກຝ້າ 01 ຫຼອດ ແລະປືນລົມ 01 ກະບອກ. ໄດ້ສົ່ງສຳນວນຄະດີຢາເສບຕິດ ໃຫ້ອົງ ການໄອຍະການປະຊາຊົນແຂວງ ເພື່ອສັ່ງຟ້ອງຂຶ້ນສານຕັດສິນຈຳນວນ 39 ລາຍ, ຜູ້ຖືກຫາ 63 ຄົນ, ຍິງ 07 ຄົນ.
ປັດຈຸບັນມີຄະດີພວມດຳເນີນຂັ້ນເຈົ້າໜ້າທີ່ ຈຳນວນ 277 ລາຍ, ຜູ້ຖືກຫາ 421 ຄົນ, ຍິງ 36 ຄົນ, ໃນນັ້ນ ມີຄົນຕ່າງປະ ເທດ 06 ຄົນ, ໄດ້ກວດກາພົບເຫັນປະຊາຊົນລັກລອບປູກຝິ່ນຢູ່ 03 ເມືອງ, ຈຳນວນ 06 ສວນ, ເນື້ອທີ່ 3,69 ເຮັກຕາ, ເຊີ່ງເຈົ້າ ໜ້າທີ່ກ່ຽວຂ້ອງ ໄດ້ທຳຖາຍຖິ້ມໝົດ, ໄດ້ເກັບກໍາສະຖິຕິເປົ້າໝາຍ ຜູ້ເສບຢາເສບ ຕິດ ໃນທົ່ວແຂວງຫຼວງພະບາງ ມີຈຳນວນ 12.214 ຄົນ, ຍິງ 515 ຄົນ, ໃນນັ້ນ ມີຜູ້ເສບຢາບ້າ 11.851 ຄົນ, ຍິງ 457 ຄົນ ແລະ ອື່ນໆ.
ພິທີ ໄດ້ມີການຈູດທໍາລາຍຢາເສບຕິດ ທີ່ຖຶກສານຕັດສິນຄະດີແລ້ວ ຈໍານວນ 89 ເລື່ອງ, ລວມມີ: ຢາບ້າ 94.316 ເມັດ, ເຮໂຣອິນ ຈໍານວນ 14,6 ກຼາມ, ຝຸ່ນສີແດງ ຈໍານວນ 1.048,2 ກຼາມ.
ຂ່າວ-ພາບ: ທະນຸສີນ ອິດທິພົນ






