ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼຸບວຽກງານການເງິນທົ່ວແຂວງອັດຕະປື ປະ ຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຈັດຂຶ້ນໃນວັນທີ 13 ກຸມພາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ.

ທ່ານ ນາງ ໄຍຄໍາ ສີຊານົນ ວ່າການຫົວໜ້າພະແນກການເງິນ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ ແຂວງອັດຕະປື ເກັບລາຍຮັບໄດ້ 1.350 ຕື້ກວ່າກີບ, ເທົ່າກັບ 191,92% ຂອງແຜນການປີ, ທຽບໃສ່ແຜນສູ້ຊົນຂອງແຂວງ ເທົ່າກັບ 191,92%, ໃນນັ້ນ: ລາຍຮັບພູດສູນກາງ ປະຕິບັດໄດ້ 154 ຕື້ກວ່າກີບ ເທົ່າກັບ 133,11% ຂອງແຜນການປີ, ເຊິ່ງປະກອບມີ ລາຍຮັບພາສີ ປະຈຳແຂວງ 6 ຕື້ກວ່າກີບ ເທົ່າກັບ 105,33% ຂອງແຜນການປີ ແລະ ດ່ານພາສີສາກົນພູເກືອ 148 ຕື້ກວ່າກີບ ເທົ່າກັບ 134,70% ຂອງແຜນການປີ, ສ່ວນລາຍຮັບທ້ອງຖິ່ນ ປະຕິບັດໄດ້ 1.195 ຕື້ກວ່າກີບ ເທົ່າກັບ 203,57% ຂອງແຜນການປີ.
ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 540 ຕື້ກວ່າ ກີບ ເທົ່າກັບ 98,82% ຂອງແຜນການປີ, ໃນນີ້ ຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ ມີ 244 ຕື້ກວ່າກີບ ເທົ່າກັບ 99,97%ຂອງແຜນການປີ, ຈ່າຍເງິນນະໂຍບາຍ ແລະ ຊ່ວຍໜູນຕ່າງໆ 38 ຕື້ກວ່າກິບເທົ່າກັບ 98,11% ຂອງແຜນການປີ, ຈ່າຍເງິນບໍລິຫານ 41 ຕື້ກວ່າກີບ ເທົ່າກັບ 94,52% ຂອງແຜນການປີ, ຈ່າຍເງິນດັດສົມ-ສົ່ງເສີມ 13 ຕື້ກວ່າກີບ ເທົ່າກັບ 100% ຂອງແຜນການປີ, ຈ່າຍເງິນແຮ ແລະ ເງິນອື່ນໆ 131 ຕື້ກວ່າກີບ ເທົ່າກັບ 100% ຂອງແຜນການປີ.


