ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງອັດຕະປື ກຳລັງກະກຽມຈັດພິທີເປີດປີທ່ອງທ່ຽວລາວ 2024

Nov 4, 2024

ທ່ານ ບຸນປອນ ອ່ອນໄຊວຽງ, ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 31 ຕຸລາ 2024 ຜ່ານມານີ້ວ່າ: ແຂວງອັດຕະປື ກຳລັງກະກຽມຈັດພິທີເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິຣາດ ເຊິ່ງຈະຈັດຂຶ້ນຢູ່ວັດບ້ານທາດພະໄຊ ເມືອງໄຊເສດຖາ ໃນລະຫວ່າງວັນທີ 16-18 ພະຈິກ 2024.
ບັນດາກິດຈະກໍາທີ່ຈະຈັດຂຶ້ນໃນງານຄັ້ງນີ້ ລວມມີ: ງານວາງສະແດງສິນຄ້າ ແລະ ຜະລິດຕະພັນການທ່ອງທ່ຽວ, ການປະ ກວດນາງສາວທ່ອງທ່ຽວຂອງແຂວງ, ການຊ່ວງເຮືອຕາມຕໍານານພະເຈົ້າໄຊຍະເຊດຖາທິຣາດ, ແຂ່ງຂັນສິລະປະວັນນະຄະດີ, ການໃສ່ບາດ ແລະ ອື່ນໆ.
ສໍາລັບແຂວງອັດຕະປື ໄດ້ກໍານົດ 7 ກິດຈະກໍາສໍາຄັນໃນໂອກາດເປີດປີທ່ອງທ່ຽວລາວ 2024 ໃນນັ້ນ, ກິດຈະກໍາລະດັບແຂວງ ມີ 2 ກິດຈະກໍາ ຄື: ກິດຈະກໍາຕັ້ງແຄ້ມຢູ່ໜອງຟ້າ-ທົ່ງໄກ່ໂອ້ ເຊິ່ງຈັດຂຶ້ນໃນເດືອນມີນາ ຜ່ານມາ, ງານລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິຣາດ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 16-18 ພະຈິກ 2024 ແລະ ອີກ 5 ກິດຈະກໍາແມ່ນລະດັບເມືອງ ເຊິ່ງຈັດຂຶ້ນແລ້ວ ປະກອບມີ: ບຸນໄຂປະຕູເລົ້າເຜົ່າໂອ້ຍ ບ້ານອິນທີ ເມືອງສະໜາມໄຊ, ບຸນບຣະວຽງ ເຜົ່າເບຣົາ ບ້ານວັງຍາງ ເມືອງພູວົງ, ງານສະເຫລີມສະຫລອງຫໍຫລັກເມືອງ ຕິດພັນກັບງານປະກວດນາງສັງຂານ ເດືອນເມສາ ຂອງເມືອງສາມັກຄີໄຊ, ບຸນຊ່ວງເຮືອປະເພນີ ບ້ານເຊກອງ ເມືອງສາມັກຄີໄຊ ແລະ ບຸນຄູນເຂົ້າໃໝ່ຂອງເຜົ່າ ເດືອນຕຸລາ ເມືອງຊານໄຊ.
ປັດຈຸບັນ, ການກະກຽມວຽກງານຕ່າງໆ ເພື່ອຮອງຮັບການຈັດ ງານຄັ້ງນີ້ ແມ່ນມີຄວາມພ້ອມແລ້ວທຸກດ້ານ, ໃນນີ້ ສະເພາະທີ່ພັກສໍາລັບຮັບຮອງແຂກ, ທົ່ວແຂວງ ມີໂຮງແຮມທັງໝົດ 23 ແຫ່ງ, ຣີສອດ 1 ແຫ່ງ ແລະ ເຮືອນພັກ 28 ຫລັງ. ພ້ອມນີ້ ບັນ ດາສະຖານທີ່ທ່ອງທ່ຽວພາຍໃນແຂວງ ໄດ້ຮັບການປັບປຸງ ແລະ ຫັນເຂົ້າສູ້ມາດຕະຖານ. ສ່ວນຄາດໝາຍດຶງດູດນັກທ່ອງທ່ຽວຂອງແຂວງໃນປີ 2024 ທີ່ຕັ້ງໄວ້ ແມ່ນ 133.169 ເທື່ອຄົນ ແລະ ຄາດວ່າຈະສາມາດກະຈາຍລາຍຮັບໃຫ້ໄດ້ຫລາຍກວ່າ 48 ຕື້ກີບ.
May be an image of text