ແຂວງອັດຕະປື ກຽມຄວາມພ້ອມສໍາຫຼວດພົນລະເມືອງ

ກອງປະຊຸມ ຄັ້ງທີ I ຂອງຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂອງແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2025 ທີ່ພະ ແນກແຜນການ ແລະ ການລົງທຶນແຂວງ, ໂດຍການເປັນປະທານຂອງທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ທັງເປັນຫົວໜ້າຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂັ້ນແຂວງ.
ໃນກອງປະຊຸມ ໄດ້ລາຍງານຄວາມຄືບໜ້າໃນການກະກຽມການສໍາຫຼວດພົນລະ ເມືອງ ແລະ ທີ່ຢູ່ອາໄສຂອງແຂວງອັດຕະປື, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຂໍ້ຕົກລົງແບ່ງຄວາມຮັບຜິດຊອບຂອງຄະນະຊີ້ນໍາຂັ້ນແຂວງ, ພ້ອມທັງຮັບຟັງແຜນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂອງແຂວງອັດຕະປື, ໂດຍສະເພາະແມ່ນ ວຽກງານການກຳນົດແຜນດຳເນີນງານການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ການຂຶ້ນແຜນງົບປະມານ ສຳລັບການບໍລິຫານ, ຕິດຕາມຊຸກຍູ້ຂອງຄະນະຊີ້ນຳຂັ້ນແຂວງ, ເມືອງ ແລະ ວຽກງານອື່້ນໆ, ຄາດວ່າມີຄວາມຕ້ອງການທາງດ້ານບຸກຄະລາກອນ ທີ່ຈະປະກອບເຂົ້າໃສ່ບັ້ນສຳຫຼວດໃນຄັ້ງນີ້ ມີທັງໝົດ 311 ທ່ານ, ໃນນີ້, ນັກກວດກາ ມີ 61 ທ່ານ, ນັກເດີນສໍາຫຼອກ 250 ທ່ານ. ນອກນີ້, ຍັງໄດ້ສຳເລັດໃນການກຳນົດເຂດການສຳຫຼວດ, ເຊິ່ງໄດ້ແບ່ງ ອອກເປັນ 277 ເຂດສໍາຫຼວດ ໃນ 5 ຕົວເມືອງຂອງແຂວງ.
ກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການ ທີ່ຈະໄດ້ສືບຕໍ່ຫ້າງຫາກະກຽມ ແລະ ຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ ຫລື ແຕ່ລະເດືອນຢ່າງລະອຽດ. ເຊິ່ງຕາມແຜນການກຳນົດການສຳຫຼວດຢ່າງເປັນທາງການໃນຂອບເຂດທົ່ວປະເທດ ແມ່ນເລີ່ມແຕ່ ວັນທີ 1-21 ມີນາ 2025 ລວມທັງໝົດ 21 ວັນ.
ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໃນນາມຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂັ້ນແຂວງ ໄດ້ຊີ້ນຳໃຫ້ ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ຕ້ອງຖືສໍາຄັນວຽກງານສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ໃຫ້ຖືເປັນວຽກບູລິມະສິດ ແລະ ເປັນພັນທະໜ້າທີ່, ພ້ອມກັນຕິດຕາມຊຸກຍູ້ວຽກງານສໍາຫຼອດພົນລະເມືອງ ແລະ ທີ່ຢູ່ອາໄສ ເປັນປະຈໍາ ເພື່ອເຮັດໃຫ້ການສະໜອງຂໍ້ມູນມີຄຸນນະພາບ ຖືກຕ້ອງຕາມຄວາມເປັນຈິງ ແລະ ທັນເວລາ, ສືບຕໍ່ສຸມໃສ່ວຽກງານໂຄສະນາເຜີຍແຜ່, ປຸກລະດົມທົ່ວປວງຊົນເຂົ້າໃຫ້ຮ່ວມຂະບວນການສໍາຫຼວດພົນລະເມືອງເທື່ອນີ້ ໃຫ້ເປັນຂະບວນກ້ວາງຂວາງ.
Cr: ໄພບູນ




