ພິທີເຊັນສັນຍາສຳປະທານພັດທະນາໂຄງການສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ແລະ ມັນດ້າງ ຂະໜາດນ້ອຍ ຫາ ຂະໜາດກາງ ເພື່ອແປຮູບຜະລິດຕະພັນ ເສັ້ນໝີ່-ເສັ້ນເຝີ-ເສັ້ນເສສວນ ແລະ ຜະລິດຕະພັນອື່ນໆ ໃນເນື້ອທີ່ 20 ເຮັກຕາ ຢູ່ເຂດອຸດສາຫະກໍາ ບ້ານ ຫາດຊາຍຂາວ, ເມືອງ ໄຊເສດຖາ, ແຂວງ ອັດຕະປື ໄດ້ຈັດຂຶ້ນ ໃນວັນທີ 14 ພຶດສະພາ 2025 ທີ່ພະແນກແຜນການ ແລະ ການລົງທຶນແຂວງ ຮ່ວມລົງນາມເຊັນສັນຍາ ຄັ້ງນີ້, ຕາງໜ້າໃຫ້ອົງການປົກຄອງແຂວງອັດຕະປື ມີທ່ານ ມີໄຊ ສີສະແຫວງສຸກ ວ່າການຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ, ມີ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ, ທ່ານ ສຸວັນສີ ແກ້ວວີເສີດ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ທອງສະຫວັດ ສິດທິຈັກ ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໄຊເສດຖາ ແລະ ຝ່າຍບໍລິສັດ ມີ ທ່ານ ຫງວຽນ ຈິ ເຍິດ ຮອງອຳນວຍການບໍລິສັດ ໂຮງງານປຸງແຕ່ງມັນຕົ້ນ ອັດຕະປື ຈຳກັດ ແລະ ທ່ານ ໄຊວິມານ ກູ່ແກ້ວ ຜູ້ຊ່ວຍບໍລິສັດ, ເຂົ້າຮ່ວມເປັນສັກຂີພິຍານ ການເຊັນສັນຍາເທື່ອນີ້ ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍພະແນກການກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບ ໂຄງການສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ແລະ ມັນດ້າງ ຂະໜາດນ້ອຍ ຫາ ຂະໜາດກາງ ເພື່ອແປຮູບຜະລິດຕະພັນ ເສັ້ນໝີ່-ເສັ້ນເຝີ-ເສັ້ນເສສວນ ແລະ ຜະລິດຕະພັນອື່ນໆ ໃນເນື້ອທີ່ 20 ເຮັກຕາ ຢູ່ເຂດອຸດສາຫະກໍາ ບ້ານ ຫາດຊາຍຂາວ, ເມືອງ ໄຊເສດຖາ, ແຂວງ ອັດຕະປື ແຫ່ງນີ້ ຈະເປັນການຊ່ວຍສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນທາງການກະເສດ ຂອງປະຊາຊົນ ພາຍໃນແຂວງອັດຕະປື ພ້ອມທັງເພີ່ມໂອກາດໃນການຈ້າງງານໃນພື້ນທີ່ ທັງໃນດ້ານການຜະລິດແປ້ງ ແລະ ແປຮູບຜະລິດຕະພັນ ເສັ້ນໝີ່-ເສັ້ນເຝີ ແລະ ເສັ້ນເສສວນ ເພື່ອຈຳໜ່າຍ ພາຍໃນ ແລະ ສົ່ງອອກ. ໂດຍທີ່ໂຮງງານຈະເນັ້ນການຜະລິດ ທີ່ນໍາໃຊ້ເຕັກໂນໂລຊີ ເປັນມິດກັບສິ່ງແວດລ້ອມ ພ້ອມມາດຕະຖານຄວາມປອດໄພຂອງອາຫານ ແລະ ທີ່ສໍາຄັນ ໂຄງການດັ່ງກ່າວ ເປັນອີກກ້າວໜຶ່ງສຳຄັນ ໃນການຂັບເຄື່ອນອຸດສາຫະກຳ ອາຫານແປຮູບ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ເພື່ອຕໍ່ຍອດຈາກວັດຖຸດິບຫຼັກໃນທ້ອງຖິ່ນ ໄປສູ່ຜະລິດຕະພັນທີ່ມີມູນຄ່າສູງ ຕອບສະໜອງຕໍ່ຄວາມຕ້ອງ ການຂອງຜູ້ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດ, ໂຄງການນີ້ ຄາດວ່າຈະເປີດດຳເນີນການຜະລິດໃນອີກບໍ່ດົນນີ້.
ຂ່າວ: ສິດຕິພອນ.



