ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງອັດຕະປື ຈັດຂະບວນການຍ່າງເພື່ອສຸ​ຂະພາບຕ້ອນຮັບ ບັ້ນເລືອກຕັ້ງ​ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

Feb 13, 2026

ວັນທີ 13 ກຸມພາ 2026 ແຂວງອັດຕະປື ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບຕ້ອນຮັບ​ ບັ້ນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງຊຸດທີ V, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື ພ້ອມດ້ວຍຄະນະນຳຂັ້ນແຂວງ​,​ ເມືອງ,​ ພະນັກງານ-ລັດຖະກອນຈາກ 3 ອົງ​ການຈັດມະຫາຊົນເຂົ້າຮ່ວມຢ່າງເປັນຂະບວນ​ການຟົດຟື້ນ.
ສະຫາຍ ສຸລິຈັນ ໂຊກຄຳຈັນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງອັດຕະປື ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາ​ຊົນ ກ່າວເປີດພິທີວ່າ: ໃນທ່າມກາງບັນຍາກາດ ແຫ່ງຄວາມເບີກບານມ່ວນຊື່ນ ຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ເວົ້າລວມ, ເວົ້າສະເພາະປະຊາຊົນຊາວແຂວງອັດຕະປື, ພະ​ນັກງານ, ທະຫານ, ຕຳຫຼວດທຸກຂົງເຂດ ພວມອອກແຮງແຂ່ງຂັນຢ່າງຟົດຟື້ນ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງແຂວງ, ມະຕິກອງປະຊຸມ 3 ອົງ​ການຈັດຕັ້ງ ແມ່ຍິງ, ຊາວໜຸ່ມ ແລະ ກຳມະບານ ໃຫ້ບັນລຸຕາມຄາດໝາຍ. ມື້ນີ້ກໍ່ເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນຂອງ 3 ອົງການຈັດ​ຕັ້ງ ພ້ອມການນໍາ ຂັ້ນແຂວງ, ພະນັງກງານ- ລັດ​ຖະກອນ ກໍ່ຄືສະມາຊິກ 3 ອົງການຈັດຕັ້ງມີຄວາມເອກະພາບຈັດ ຂະບວນການຍ່າງເພື່ອສຸຂະພາບໂດຍປະຕິບັດຕາມ ຂໍ້ຕົກລົງຄະນະປະຈຳສະພາປະຊາຊົນແຂວງ ເລກທີ 186/ຄປພຂ, ລົງວັນທີ 5 ທັນວາ 2025 ແລະ ທິດຊີ້ນໍາຂອງຫົວໜ້າອະນຸກຳມະການ ໂຄສະນາປຸກລະດົມ ຂອງຄະນະກຳມະການເລືອກຕັ້ງ ສະ​ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະ​ຊາຊົນແຂວງ ຊຸດທີ V. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນ ແຂວງ ຊຸດທີ V ແມ່ນສິດ ແລະ ພັນທະຂອງພົນລະເມືອງລາວໝົດທຸກຄົນ ຈົ່ງເຊີນຊວນ ແລະ ພ້ອມກັນໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ນີ້.
May be an image of text
ຈຸດປະສົງຄັ້ງນີ້ເພື່ອສ້າງຂະບວນການເຂົ້າໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ທັງເປັນການໂຄສະນາກ່ຽວກັບການເສີມຂະຫຍາຍສິດ ເປັນເຈົ້າຂອງປວງຊົນບັນດາເຜົ່າ ໃນການເລືອກຕັ້ງທີ່ຈະມີຂຶ້ນໃນມໍ່ໆນີ້, ເພື່ອຮັບປະກັນຜູ້ທີ່ຈະມາ ໃຊ້ສິດເລືອກຕັ້ງໄດ້ຕາມແຜນການທີ່ວາງໄວ້. ເພື່ອຮັດແໜ້ນຄວາມສາມັກຄີ ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ປົກປ້ອງ, ສົ່ງເສີມ ແລະ ພັດທະນາ ວຽກງານແມ່ຍິງ, ຊາວໜຸ່ມ ແລະ ກຳມະບານ ຢູ່ໃນຂົງເຂດວຽກງານ ຕາມພາລະບົດບາດ ໃຫ້ມີບາດກ້າວໃໝ່.
ຂະບວນການຍ່າງເທື່ອນີ້ ເລີ່ມຕົ້ນໜ້າຫ້ອງວ່າການແຂວງ ໄປຫາຈຸດ 4 ແຍກໄຟແດງນຳ້ປະປາ ກ້ຽວໄປຫາ 4 ແຍກຫໍປະຊຸມໃຫຍ່ຂອງແຂວງ ແລ້ວກັບຄືນສູ່ຫ້ອງວ່າການແຂວງ, ເຊິ່ງລວມໄລຍະທາງເກືອບ 4 ກິໂລແມັດ.
ຂ່າວ: ມະນີວອນ