ໃນວັນທີ 7 ເມສາ 2025 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ຈັດພິທີເຊັນສັນຍາ ຟື້ນຟູປ່າ ຕິດພັນກັບການປູກໄມ້ໃຫ້ໝາກ ຖົ່ວລຽນ ຢູ່ເຂດບ້ານ ພອນມະນີ ເມືອງສະໜາມໄຊ, ຕາງໜ້າອົງການປົກຄອງແຂວງລົງນາມໂດຍທ່ານ ມີໄຊ ສີສະແຫວງສຸກ ວ່າການຫົວໜ້າ ພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ນາງ ວົງເດືອນ ຟອງສະໝຸດ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງສະໜາມໄຊ ແລະ ຝ່າຍບໍລິສັດ ລົງນາມໂດຍ ທ່ານ ແສງພະຈັນ ໂພນທິສານ ອຳນວຍການບໍລິສັດ ແສງພັດທະນາບໍແຮ່-ກະສິກໍາ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ທ່ານ ສົມພອນ ພິມມະເກດ ຮອງອຳນວຍການບໍລິສັດ ແສງບໍ່ແຮ່-ກະສິກໍາ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ທ່ານ ບຸນຈັນ ຈັນທະວົງ ອໍານວຍການບໍລິສັດ ຈັນທະວົງ ກໍ່ສ້າງ ຂົວ-ທາງ ແລະ ກໍ່ສ້າງເຄຫະສະຖານ ຈໍາກັດຜູ້ດຽວ, ທ່ານ ຊົງຍົດ ຈັນທະວົງ ຮອງອຳນວຍການບໍລິສັດ ຈັນທະວົງ ກໍ່ສ້າງ ຂົວ-ທາງ ແລະ ກໍ່ສ້າງເຄຫະສະຖານ ຈໍາກັດຜູ້ດຽວ, ທ່ານ ວິລະພົນ ອິນທິສານ ອຳນວຍການບໍລິສັດ ພົນມີໄຊ ກໍ່ສ້າງຄົບວົງຈອນ ແລະ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ, ທ່ານ ນາງ ແກ້ວມີໄຊ ໄຊຍະເສນາ ຮອງບໍລິສັດ ພົນມີໄຊ ກໍ່ສ້າງຄົບວົງຈອນ ແລະ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ. ໂດຍຊ້ອງໜ້າ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຢູ່ໃນຂໍ້ຕົກລົງຂອງອົງການປົກຄອງແຂວງ ໄດ້ລະບຸໄວ້ວ່າ: ເຫັນດີໃຫ້ ບໍລິສັດ ແສງພັດທະນາ ບໍ່ແຮ່, ກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ສໍາປະທານພັດທະນາໂຄງການ ຟື້ນຟູປ່າ, ຕິດພັນກັບການປູກໄມ້ອຸດສາຫະກໍາ-ໄມ້ໃຫ້ໝາກ ເປັນສິນຄ້າ ໃນເນື້ອທີ່ຈໍານວນ 100 ເຮັກຕາ, ໃນນັ້ນ ເນື້ອທີ່ເປັນໄປໄດ້ໃນການພັດທະນາ ຈໍານວນ 85.87 ເຮັກຕາ ແລະ ເນື້ອທີ່ຄວນສະຫງວນໄວ້ ຈໍານວນ 14.13 ເຮັກຕາ, ຢູ່ໃນເຂດບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື, ກໍານົດໄລຍະເວລາໃນການສໍາປະທານ 30 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ບໍລິສັດ ຈັນທະວົງ ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫະສະຖານ ຈໍາກັດຜູ້ດຽວ ສໍາປະທານພັດທະນາໂຄງການຟື້ນຟູປ່າ ຕິດພັນກັບການປູກໄມ້ອຸດສະຫະກໍາ-ໄມ້ໃຫ້ໝາກ ເປັນສິນຄ້າ ໃນເນື້ອທີ່ດິນ ຈໍານວນ 100 ເຮັກຕາ, ໃນນັ້ນ ເນື້ອທີ່ດິນ ເປັນໄປໄດ້ໃນການພັດທະນາ ຈໍານວນ 92.25 ເຮັກຕາ ແລະ ເນື້ອທີ່ດິນຄວນສະຫງວນໄວ້ ຈໍານວນ 7.48 ເຮັກຕາ, ຢູ່ເຂດ ບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື, ກໍານົດໄລຍະເວລາໃນການສໍາປະທານ 30 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ບໍລິສັດ ພົນມີໄຊ ກໍ່ສ້າງຄົບວົງຈອນ, ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດສໍາປະທານພັດທະນາ ໂຄງການຟື້ນຟູປ່າ ຕິດພັນກັບການປູກໄມ້ອຸດສະຫະກໍາ-ໄມ້ໃຫ້ໝາກ ເປັນສິນຄ້າ ໃນເນື້ອທີ່ດິນ ຈໍານວນ 100 ເຮັກຕາ, ໃນນີ້ ເນື້ອທີ່ດິນ ເປັນໄປໄດ້ໃນການພັດທະນາມີຈໍານວນ 95.47 ເຮັກຕາ ແລະ ເນື້ອທີ່ດິນຄວນສະຫງວນໄວ້ ຈໍານວນ 4.53 ເຮັກຕາ, ຢູ່ເຂດ ບ້ານພອນມະນີ ເມືອງສະໜາມໄຊ, ແຂວງອັດຕະປື ກໍານົດໄລຍະເວລາໃນການສໍາປະທານ 30 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ເຊິ່ງພາຍຫຼັງທີ່ສໍາເລັດພິທີເຊັນສັນຍາ ທັງ 3 ບໍລິສັດ ຕ້ອງໄດ້ຍື່ນຄໍາຮ້ອງ ເພື່ອອອກໃບອະນຸຍາດລົງທຶນ ແລະ ຕ້ອງເລີ່ມລົງມືຈັດຕັ້ງປະຕິບັດໜ້າວຽກຕ່າງໆ ລວມທັງການເສຍພາສີ-ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ໃຫ້ຄົບຖ້ວນ, ທັນເວລາ ຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ.
ຂ່າວ: ວັດທະນາ





