ຄະນະບໍລິຫານງານພັກແຂວງອັດຕະປື ນຳໂດຍ ສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 5 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ສະຫາຍ ພົນໂທ ວັນທອງ ກອງມະນີ ໄດ້ເຊັນປຶ້ມໄວ້ອາໄລ ທີ່ມີເນື້ອໃນຄໍາໄວ້ອາໄລວ່າ: ຂ້າພະເຈົ້າ ໃນນາມຕາງໜ້າພັກແຂວງອັດຕະປື ແລະ ໃນນາມສ່ວນຕົວ ຄອບຄົວ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລຢ່າງສຸດຊຶ້ງ ຕໍ່ກັບການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນທັງຊາດ.
ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນພັກກອມມູນິດທີ່ໜັກແໜ້ນ ແມ່ນການນໍາທີ່ດີເດັ່ນ ຂອງການນໍາລາວຮຸ່ນອາວຸໂສຂອງພັກ, ຂອງຊາດລາວ ແລະ ເປັນຜູ້ນໍາພາສ້າງຕັ້ງຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ ແຂວງອັດຕະປື, ສະຫາຍໄດ້ອຸທິດສະຕິປັນຍາກໍາລັງວັງຊາຕະຫຼອດຊີວິດ ເພື່ອພາລະກິດປ່ຽນແປງໃໝ່ຂອງພັກ ແລະ ການສ້າງສາພັດທະນາປະເທດຕາມທິດສັງຄົມນິຍົມ.
ຕາງໜ້າຫ້ຄະນະບໍລິຫານງານ, ອົງການປົກຄອງແຂວງ, ແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າແຂວງ, ອົງການຈັດຕັ້ງມະຫາຊົນແຂວງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງອັດຕະປື ຈະຂໍຈາລຶກຄຸນງາມຄວາມດີ, ຈະຈົດຈໍາວິລະກໍາອັນລໍ້າເລີດໄວ້ໃນດວງໃຈ, ບົດຮຽນອັນຍິ່ງໃຫຍ່ ແລະ ຈະສືບຕໍ່ເສີມຂະຫຍາຍ ພາລະກິດຂອງສະຫາຍ ເຂົ້າໃນຊີວິດຕົວຈິງ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ຂໍສະແດງຄວາມໂສກເສົ້າເສຍດາຍ ອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ນໍາຄອບຄົວ ສີພັນດອນ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິເທີ້ນ.
ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຍືນຍົງໃນພາລະກິດປະຕິວັດລາວ ຊົ່ວກາລະນານ.
ຂ່າວ: ຍຸພິນທອງ, ພາບ: ບຸນອູ້ມ – ວັນເພັງ






