ອົງການປົກຄອງແຂວງອຸດົມໄຊ ຮ່ວມກັບບໍລິສັດ CNP ສໍາຫລວດ ແລະ ຂຸດຄົ້ນບໍ່ແຮ່ ຈຳກັດ ຈະຈັດບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ແຂວງອຸດົມໄຊ ປະຈໍາປີ 2025 ຂຶ້ນຢ່າງເປັນທາງການ ທີ່ເດີ່ນສະໜາມກິລາ ເທສະບານແຂວງອຸດົມໄຊ ໃນລະຫວ່າງວັນທີ 15-19 ມັງກອນ 2025 ທີ່ຈະມາເຖິງນີ້.

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ ໄດ້ຖະແຫລງຂ່າວ ການຈັດບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ແຂວງອຸດົມໄຊ ປະຈຳປີ 2025 ໃນວັນທີ 30 ທັນວາ 2024 ຜ່ານມານີ້ວ່າ: ສຳລັບກິດຈະກຳຂອງການຈັດງານ ປະກອບມີ: ງານວາງສະແດງສິນຄ້າ ຫັດຖະກຳ-ກະສິກຳ, ປະກວດສິນຄ້າເຄື່ອງຕ້ອນຂອງຝາກ, ຈັດເວທີສົນທະນາເຜີຍແຜ່ເອກະສານ ກ່ຽວກັບການເຂົ້າເຖິງແຫລ່ງທຶນດອກເບ້ຍຕໍ່າຂອງລັດຖະບານ ແລະ ແນະນໍາການຂາຍສິນຄ້າຜ່ານລະບົບອອນລາຍ; ຊົມບັນດາກິດຈະກຳຕ່າງໆ ຂອງເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້, ເຜົ່າໄຕດໍາ ແລະ ເຜົ່າລາວ; ຊົມການສະແດງຄອນເສີດຂອງນັກຮ້ອງທີ່ມີຊື່ສຽງ, ງານປະກວດນັກຮ້ອງສຽງດີ ແລະ ການສະແດງສິລະປະ-ວັນນະຄະດີບັນດາເຜົ່າ ຕິດພັນກັບການເດີນແບບອາພອນບັນດາເຜົ່າ.
ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ຕັ້ງຢູ່ໃຈກາງ ແລະ ເຊື່ອມຈອດ ກັບບັນດາ 5 ແຂວງພາກເໜືອຂອງລາວ ຄື: ແຂວງຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫລວງພະບາງ ແລະ ມີຊາຍແດນຕິດກັບ ສປ ຈີນ, ເປັນແຂວງທີ່ມີທ່າແຮງບົ່ມຊ້ອນໃນຫລາຍດ້ານ ເປັນຕົ້ນ ທາງດ້ານທີ່ຕັ້ງ ມີເສັ້ນທາງລົດໄຟລາວ-ຈີນ ຜ່ານ 3 ເມືອງ, ມີ 3 ສະຖານີ, ມີເສັ້ນທາງເລກທີ 13 ເໜືອ, ມີສາຍການບິນພາຍໃນປະເທດ ເຊິ່ງມີຄວາມສະດວກໃນການເດີນທາງເຂົ້າ-ອອກແຂວງອຸດົມໄຊ ພ້ອມນີ້, ຍັງມີແຫລ່ງທ່ອງທ່ຽວ ທີ່ມີສື່ສຽງ ເຊັ່ນ: ສະຖານທີ່ທ່ອງທ່ຽວທຳມະຊາດ ນໍ້າກັດຢໍລະປ່າ, ຖໍ້າຈອມອອງ ເມືອງໄຊ, ວັດພະເຈົ້າສິງຄໍາ ເມືອງຫລາ, ຣີສອດເລີແກນ ເມືອງປາກແບງ ແລະ ສະຖານທີ່ອື່ນໆ. ນອກນີ້, ຍັງມີສະຖານທີ່ພັກເຊົາ ທີ່ອໍານວຍຄວາມສະດວກ ເປັນຕົ້ນ ໂຮງແຮມ, ເຮືອນພັກ, ຣີສອດ ແລະ ຮ້ານອາຫານ ທີ່ສາມາດບໍລິການໄດ້ໃນລະດັບໃດໜຶ່ງ ສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ນັບມື້ນັບຫລາຍຂຶ້ນ ດັ່ງຄໍາຂວັນທີ່ວ່າ: ທ່ຽວແຂວງອຸດົມໄຊ ໄປຊົມທຳມະຊາດ ນໍ້າກັດຢໍລະປ່າ ຊົມວັດທະນະທໍາບັນດາເຜົ່າ ໄຫວ້ພະເຈົ້າສິງຄໍາ ດື່ມນໍ້າຊາພັນປີ ຂີ່ເຮືອຊົມທຳມະຊາດແມ່ນໍ້າຂອງ.
ທ່ານ ສົມຈິດ ປັນຍາສັກ ກ່າວຕື່ມວ່າ: ແຂວງອຸດົມໄຊ ປະກອບມີ 12 ຊົນເຜົ່າ ທີ່ດຳລົງຊີວິດຢູ່ຮ່ວມກັນມາແຕ່ດົນນານ ມີຄວາມສາມັກຄີປອງດອງກັນ, ເຊິ່ງແຕ່ລະເຜົ່າລ້ວນແຕ່ມີວິຖີຊີວິດ, ມູນເຊື້ອປະຫວັດສາດ, ວັດທະນະທຳຮີດຄອງປະເພນີ ອັນດີງາມ ແລະ ມີພາສາປາກເວົ້າ ທີ່ເປັນເອກະລັກສະເພາະ ຂອງຕົນເອງ ສະນັ້ນ, ປີ 2025 ທາງຄະນະພັກ, ອົງການປົກຄອງແຂວງ ໄດ້ເອກະພາບຮ່ວມກັບບໍລິສັດ CNP ແລະ ພີ່ນ້ອງບັນດາເຜົ່າຫ້າງຫາກະກຽມ ແລະ ຈັດບຸນປະເພນີບັນດາເຜົ່ານີ້ຂຶ້ນ ເປັນປີທີສອງ ຈັດຢູ່ເທສະບານແຂວງ ຊຶ່ງໄດ້ເຕົ້າໂຮມເອົາບຸນປະເພນີຂອງແຕ່ລະເຜົ່າເຊັ່ນ: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້, ເຜົ່າໄຕດໍາ ແລະ ເຜົ່າລາວ ຕິດພັນກັບການສະແດງສິລະປະວັນນະຄະດີພື້ນເມືອງ, ງານຄອນເສີດ, ງານຕະຫລາດນັດວາງສະແດງສິນຄ້າ ແລະ ກິດຈະກຳຕ່າງໆ ທັງນີ້, ກໍເພື່ອເປັນການປົກປັກຮັກສາ, ອະນຸລັກວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ໃນການຈັດບຸນປະເພນີຂອງຕົນ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ທັງເປັນການເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າ ພາຍໃນແຂວງໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ກໍເພື່ອເປັນການສົ່ງເສີມ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງ ທ່ຽວທາງດ້ານປະຫວັດສາດ, ດ້ານວັດທະນະທຳ ແລະ ທຳມະຊາດ ຢູ່ແຂວງອຸດົມໄຊ ໃຫ້ນັບມື້ນັບ ຫລາຍຂຶ້ນ ແລະ ເພື່ອເປັນການ ສ້າງຂະບວນການຂ່ຳນັບຮັບຕ້ອນ, ສະເຫລີມສະຫລອງສາມວັນປະຫວັດສາດຂອງພັກ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກແຂວງອຸດົມໄຊ ໃຫ້ມີບັນຍາກາດຟົດຟື້ນ.
ຮອງເຈົ້າແຂວງໆອຸດົມໄຊ ຍັງຮຽກຮ້ອງໃຫ້ມວນຊົນແຂວງອຸດົມໄຊທຸກຖ້ວນໜ້າ ໂດຍສະເພາະ ສະຖານທີ່ບໍລິການ ເຮືອນພັກ, ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ ຮັບຕ້ອນແຂກທີ່ເຂົ້າມາທ່ອງທ່ຽວພາຍໃນແຂວງ ດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.


