ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງອຸດົມໄຊ ປຸກລະດົມປະຊາຊົນທຳລາຍແຫຼ່ງເພາະພັນຍຸງລາຍ

Aug 2, 2025

ໃນຕອນເຊົ້າຂອງວັນທີ 2 ສິງຫາ 2025, ທີ່ເດີ່ນກິລາແຂວງອຸດົມໄຊ, ໄດ້ຈັດພິທີໂຮມຊຸມນຸມເພື່ອປຸກລະດົມປະຊາຊົນຮ່ວມກັນທຳລາຍແຫຼ່ງເພາະພັນຍຸງລາຍ ຢ່າງເປັນຂະບວນຟົດຟື້ນ, ເຊິ່ງເປັນສ່ວນໜຶ່ງຂອງການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງທີ່ຈະຈັດຂຶ້ນໃນໄວໆນີ້.
ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ຄຳດີ ວົງລ້ອມ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະນຳຈາກພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງໄຊ 07 ເມືອງ ແລະ ພະນັກງານຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ
May be an image of 4 people, dais and text May be an image of 4 people
ທ່ານ ຫຸມພັນ ອິນທະມຸງຄຸນ, ຫົວໜ້າພະແນກສາທາລະນະສຸກ ແຂວງອຸດົມໄຊ, ໄດ້ລາຍງານສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ທີ່ໄດ້ສະສົມແຕ່ລະປີເປັນຕົ້ນມາ. ການຈັດພິທີໃນຄັ້ງນີ້ຈຶ່ງມີຈຸດປະສົງເພື່ອປຸກລະດົມໃຫ້ປະຊາຊົນ ໃນເທດສະບານເມືອງໄຊ ເປັນເຈົ້າການໃນການກຳຈັດໜອນນ້ຳຍຸງລາຍ ໂດຍການປະຕິບັດ 5 ປໍ :
ປິດ: ຝາພາຊະນະທີ່ເກັບນ້ຳທັງໃນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່.
ປ່ຽນ: ນ້ຳໃນພາຊະນະຕ່າງໆ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້.
ປ່ອຍ: ປາຫາງນົກຍຸງ ເພື່ອກິນໜອນນ້ຳ.
ປັບປຸງ: ສະພາບແວດລ້ອມບໍ່ໃຫ້ມີນ້ຳຂັງ ເຊັ່ນ: ກະໂປະ, ກະປ໋ອງ, ຢາງລົດເກົ່າ.
ປະຕິບັດ: ໃຫ້ເປັນປະຈຳທຸກໆອາທິດເປັນປະຈຳ
No photo description available.