ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງອຸດົມໄຊ ສຳມະນາລະດົມຄວາມຄິດເຫັນເຂົ້າຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ

Jan 21, 2025

ເພື່ອກະກຽມຄວາມພ້ອມໃຫ້ແກ່ ກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ່ X ຂອງແຂວງອຸດົມໄຊ ທີ່ຈະໄຂຂື້ນໃນມໍ່ໆນີ້ ໃຫ້ມີຄວາມພ້ອມທຸກດ້ານ ໂດຍສະເພາະແມ່ນດ້ານເນື້ອໃນຮ່າງລາຍ ງານການເມືອງ ແລະ ຮ່າງແຜນພັດທະນາ ເສດຖະກິດ -ສັງຄົມ ປີ 2026-2030.
ວັນທີ 20 ມັງກອນ 2025 ນີ້ ທີ່ຫ້ອງປະປະຊຸມ ຫ້ອງວ່າ ການແຂວງ ໄດ້ຈັດກອງປະຊຸມ ສຳມະນາປະກອບຄວາມຄິດເຫັນໃສ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ- ສັງຄົມ ປີ 2026-2030 ຂື້ນ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳແຂວງອຸດົມໄຊ, ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສະພາປະຊາຊົນແຂວງ, ເຈົ້າເມືອງ 7 ເມືອງ ຕະຫຼວດຮອດຫົວໜ້າພະແນກການອ້ອມຂ້າງ ແລະ ກອງເລຂາອານຸກຳມະການແຕ່ລະດ້ານ ເຂົ້າຮ່ວມ.
ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ໄດ້ຂື້ນລາຍງານການກະກຽມວຽກງານດ້ານຕ່າງໆ ໂດຍສະເພາະແມ່ນ ວຽກງານເນື້ອໃນ, ວຽກ ງານຂະບວນການ, ວຽກງານບຸກຄະລາກອນ ແມ່ນໄດ້ແຕ່ຕັ້ງຄະນະຮັບຜິດຊອບ ແລະ ໄດ້ດຳເນີນມາແຕ່ຕົ້ນປີ 2024 ເປັນຕົ້ນມາ, ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອຂຽນຮ່າງບົດລາຍງານການເມືອງ ແລະ ຮັບຜິດຊອບຂຽນຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຕ່ນີ້ຫາປີ 2030, ຕິດພັນກັບເນື້ອໃນຂອງ ກອງປະຊຸມໃຫຍ່ຂັ້ນເມືອງ, ຂອງຂະແໜງການ, ພ້ອມດຽວກັນນີ້ ຕາງໜ້າຄະນະຮັບຜິດຊອບດ້ານເນື້ອໃນ ແລະ ດ້ານແຜນພັດທະ ນາ ເສດຖະກິດ-ສັງຄົມ ກໍ່ໄດ້ຂື້ນ ຜ່ານຮ່າງ ທັງສອງບົດ ເຊັ່ນ: ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ຕໍ່ກອງປະຊຸມໃຫຍ່ ຄັ້ງທີ x ໃນແຕ່ລະດ້ານ, ພ້ອມທັງ ແຜນສູ້ຊົນໃນ 5 ປີຕໍ່ໜ້າ, ພາຍໃຕ້ຫົວຂໍ້ (1) “ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ສຸມທຸກກຳລັງແຮງພັດທະນາແຂວງ ອຸດົມໄຊ ຕາມທິດສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ”. (2) “ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງຂອງອົງຄະນະພັກແຂວງ, ສຸມທຸກກຳລັງແຮງສ້າງເສດຖະກິດສີຂຽວ ເປັນເຈົ້າຕົນເອງ; ເຂັ້ມ ງວດ, ໂປ່ງໃສ, ທັນສະໄໝ ໃນການບໍລິຫານລັດ, ນໍາພາແຂວງອຸດົມໄຊ ກ້າວ ຂື້ນຕາມທິດ 4 ໃຈກາງ”.
ສຳລັບຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ ພາຍໃຕ້ ຄຳຂັວນ “ສ້າງແຂວງອຸດົມໄຊ ຕາມທິດພັດທະນາ 4 ໃຈກາງ, ຍູ້ແຮງການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ເພື່ອຫັນເປັນອຸດສາຫະກຳ ແລະ ການບໍລິການ”, “ສຸມທຸກກຳລັງແຮງສ້າງເສດຖະກິດສີຂຽວເປັນເຈົ້າຕົນເອງ ເຂັ້ມງວດ, ໂປ່ງໃສ, ທັນສະໄໝ ໃນການຄຸ້ມຄອງບໍລິຫານລັດ ນໍາພາແຂວງອຸດົມໄຊ ກ້າວຂຶ້ນຕາມທິດ 4 ໃຈກາງ” ໂດຍໄດ້ກຳນົດຄາດໜາຍ ແລະ ຕົວຊີ້ບອກ ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງແຂວງອຸດົມໄຊ ເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ໂດຍສະເລ່ຍໃຫ້ໄດ້ 5.48%, ລວມຍອດມູນຄ່າຜະລິດຕະພັນພາຍໃນ GDP ໃຫ້ບັນລຸ 15,230 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 1.852 ໂດລາສະຫະລັດຕໍ່ຄົນ/ປີ ໃນປີ 2030, (ຄາດຄະເນພົນລະເມືອງຂອງແຂວງ ຈະມີປະມານ 391.788 ຄົນ) ໃນນີ້ ກວມເອົາ ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງອຸດສາຫະກຳ, ຂະແໜງບໍລິການ, ພາສິອາກອນ ຜະລິດ ຕະພັນ ແລະ ຂາເຂົ້າ. ກອງປະຊຸມ ຍັງໄດ້ມີຄຳຖາມເຈາະຈີ້ມ ເພື່ອແລກປ່ຽນຄວາມຄິດເຫັນຂອງແຕ່ລະພາກສ່ວນ ເຂົ້າໃນຮ່າງລານງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ປີ2026-2030 ຕື່ມອີກ.
ທີ່ມາ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ