ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງອຸດົມໄຊ ໄຂສົກຮຽນໃໝ່ 2025-2026 ດ້ວຍບັນຍາກາດຄຶກຄື້ນ

Sep 1, 2025

ພິທີໄຂສົກຮຽນໃໝ່ 2025-2026 ຂອງ ແຂວງອຸດົມໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 1 ກັນຍາ 2025 ທີ່ສະໂມສອນຂອງແຂວງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ, ທ່ານ ສົມສັກ ສຸພິໄລ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ, ມີແຂກຖືກເຊີນ ຈາກພະແນກການ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ, ແລະ ນັກຮຽນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີໄດ້ມີການ ສະແດງສິລະປະວັນນະຄະດີ, ບົດຟ້ອນ ແລະ ບົດເພງ ທີ່ສະແດງເຖິງຄວາມສຳຄັນຂອງວຽກງານການສຶກສາ. ຈາກນັ້ນ, ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາ ໄດ້ຂຶ້ນລາຍງານຜົນສຳເລັດ ຂອງສົກຮຽນ 2024-2025 ພ້ອມທິດທາງແຜນການ ສົກຮຽນ 2025-2026 ເນັ້ນໃສ່ຫຼາຍວຽກງານທີ່ສຳຄັນ ເປັນຕົ້ນແມ່ນ ການສຶກສາກ່ອນໄວຮຽນ, ຊັ້ນປະຖົມ, ມັດທະຍົມ, ການສຶກສານອກໂຮງຮຽນ ແລະ ການຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ລວມເຖິງ ວຽກງານການພັດທະນາຄູ.
May be an image of 1 person, dais and text that says 'บอดลาว ઈ සිහි พีชัไ2สิกรามใ รับยา 202 โมอับบี้ จะบำไปสูลิ' May be an image of 3 people, dais and text
ໃນໂອກາດນີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ຂຶ້ນມີຄຳເຫັນໂອ້ລົມຕໍ່ພິທີ ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານການສຶກສາຂອງແຂວງອຸດົມໄຊ ໃນໄລຍະຜ່ານມາ ເຊິ່ງໄດ້ສ້າງຜົນສຳເລັດໃນຫຼາຍດ້ານ ແລະ ເຮັດໃຫ້ແຂວງອຸດົມໄຊ ມີໃບໜ້າໃນເວທີສຳຄັນຂອງຊາດ, ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານການສຶກສາໃນໄລຍະໃໝ່ ທີ່ຕ້ອງໄດ້ສຸມໃສ່ຢ່າງຈິງຈັງ. ພ້ອມໄດ້ຮຽກຮ້ອງໃຫ້ນັກຮຽນທົ່ວແຂວງອຸດົມໄຊ ຈົ່ງອົດທົນສຶກສາຮໍ່າຮຽນໃຫ້ຈົບຊັ້ນ ເພາະວ່າການສຶກສາເທົ່ານັ້ນທີ່ຈະຊ່ວຍໃຫ້ຊີວິດຂອງເຮົາດີຂຶ້ນ.