ແຂວງເຊກອງ ຈັດກອງປະຊຸມຄະນະຊຸກຍູ້ຊີ້ນໍາ ແລະ ອະນຸກໍາມະການຕ່າງໆ ເພື່ອສະ ຫລຸບ ແລະ ຖອດຖອນບົດຮຽນພາຍຫລັງສໍາເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງທ່າແຕງ ໃນຕອນບ່າຍວັນທີ 10 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ.

ໃນກອງປະຊຸມ, ສະຫາຍ ແສງລາຕີ ຫລອມຍະເດດ, ເລຂາຄະນະບໍລິຫານງານພັກເມືອງທ່າແຕງ ໄດ້ສະຫລຸບລາຍງານຜົນສໍາເລັດຂັ້ນຕອນການກະກຽມ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງອະນຸກໍາມະການຕ່າງໆໃນໄລຍະຜ່ານມາ ຢ່າງກົງໄປກົງມາ ເພື່ອຖອດຖອນບົດຮຽນຮອບດ້ານ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ, ຂໍ້ສະເໜີ ແລະ ວິທີການແກ້ໄຂໃນຕໍ່ໜ້າ ຈາກຄະນະຊຸກຍູ້-ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຂັ້ນສູນກາງ, ຂັ້ນແຂວງ ໂດຍສະເພາະການທາບທາມຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສໍາຫລວດການນໍາພາ ຂອງຄະນະພັກ, ການກໍານົດບົດປະກອບຄໍາເຫັນ (ຄອບ ຄົວ, ກົມກອງ ແລະ ບຸກຄົນຕົວແບບ), ການກໍານົດບຸກຄະລາກອນເຂົ້າຮ່ວມທາບ ທາມ, ການແຕ່ງຕັ້ງຄະນະຄວບຄຸມການປ່ອນບັດ, ການດໍາເນີນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກເມືອງ, ການປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຂອງຄະນະພັກຂັ້ນເທີງ ແລະ ອື່ນໆ.
ໂອກາດນີ້, ສະຫາຍ ເຫລັກໄຫລ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຂະແໜງການທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ປະຊາຊົນບັນດາເຜົ່າໃນທົ່ວເມືອງ ທີ່ໄດ້ປະກອບສ່ວນຕາມໜ້າທີ່ຂອງຕົນ ເຂົ້າໃນການກະກຽມ ເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງທ່າແຕງ ຊຶ່ງເປັນເມືອງທໍາອິດຂອງແຂວງເຊກອງສໍາເລັດລົງຢ່າງຈົບງາມ.
ພ້ອມທັງ ໃຫ້ທິດຊີ້ນໍາຄະນະຊຸກຍູ້ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂັ້ນແຂວງ ກໍຄືບັນດາເມືອງທີ່ຍັງບໍ່ທັນໄດ້ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ຈົ່ງນໍາເອົາບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການກະ ກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນໃຫ້ມີປະສິດທິ ພາບ ແລະ ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ສັນຍາ


