ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງເຊກອງ ຍັງມີ 2 ບ້ານ ທີ່ເສັ້ນທາງເຂົ້າບໍ່ເຖິງ

Feb 27, 2025

ທ່ານ ໂສວັດ ສີດາວົງ ຫົວໜ້າຂະແໜງຈັດຕັ້ງບໍລິຫານ, ແຜນການ ແລະ ການເງິນ ພະແນກ ຍທຂ ແຂວງເຊກອງ ໃຫ້ຮູ້ວ່າ: ທົ່ວແຂວງເຊກອງ ມີເສັ້ນທາງທັງໝົດ 291 ເສັ້ນ, ລວມຄວາມລວງຍາວ 2.077,81 ກິໂລແມັດ. ໃນນີ້, ທາງຫຼວງແຫ່ງຊາດ 4 ເສັ້ນ, ລວງຍາວ 208,23 ກິໂລແມັດ; ທາງຫຼວງແຂວງ 2 ເສັ້ນ, ລວງຍາວ 329,7 ກິໂລແມັດ; ທາງຫຼວງເມືອງ 12 ເສັ້ນ, ລວງຍາວ 267,41 ກິໂລແມັດ; ທາງເທສະບານ 157 ເສັ້ນ, ລວງຍາວ 87,76 ກິໂລແມັດ; ທາງຊົນນະບົດ 81 ເສັ້ນ, ລວງຍາວ 936,3 ກິໂລແມັດ ແລະ ທາງສະເພາະ 35 ເສັ້ນ, ລວງຍາວ 248,41 ກິໂລແມັດ;
ປັດຈຸບັນ, ທົ່ວແຂວງ ມີບ້ານທີ່ມີເສັ້ນທາງເຂົ້າເຖິງ-ສາມາດທຽວໄດ້ 2 ລະດູ 168 ບ້ານ, ກວມເອົາ 82,76%; ບ້ານມີເສັ້ນທາງເຂົ້າເຖິງທຽວໄດ້ພຽງລະດູດຽວ 33 ບ້ານ, ກວມເອົາ 16,26% ແລະ ບ້ານບໍ່ມີເສັ້ນທາງເຂົ້າເຖິງ 2 ບ້ານ, ກວມເອົາ 0,99% ຂອງບ້ານທັງໝົດ.
ທ່ານ ໂສວັດ ສີດາວົງ ໃຫ້ຮູ້ຕື່ມວ່າ: ໃນ 5 ປີຕໍ່ໜ້າ (2025-2029) ຂະແໜງ ຍທຂ ແຂວງເຊກອງ ຈະສຸມໃສ່ປະຕິບັດວຽກງານວິຊາສະເພາະ ແລະ ສ້າງເງື່ອນໄຂ ກໍຄື ສິ່ງອໍານວຍຄວາມສະດວກແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ; ສຸມໃສ່ກໍ່ສ້າງ-ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ, ຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາໂຄງການສືບຕໍ່ກໍ່ສ້າງ, ໂຄງການສືບຕໍ່ຊໍາລະໜີ້ ໃຫ້ສືບຕໍ່ກໍ່ສ້າງສໍາເລັດ ແລະ ໄດ້ຮັບການຊໍາລະຕາມຄວາມສາມາດ ແລະ ສືບຕໍ່ຍາດແຍ່ງການລົງທຶນ ເຂົ້າໃສ່ການພັດທະນາຂົງເຂດວຽກງານໂຍທາທິການ ແລະ ຂົນສົ່ງ.
ຂ່າວ: ສັນຍາ