ວັນທີ 24 ກຸມພາ 2025 ນີ້, ພະແນກການເງິນແຂວງເຊກອງ ໄດ້ຈັດພິທີເຊັນສັນຍາການເຊົ່າທີ່ດິນຂອງລັດໃຫ້ແກ່ເອກະຊົນ ເພື່ອກໍ່ສ້າງພັດທະນາໂຮງແຮມ ແລະ ຮ້ານອາຫານ.
ເນື້ອໃນສັນຍາດັ່ງກ່າວ ແມ່ນເພື່ອກໍ່ສ້າງພັດທະນາໂຮງແຮມ ແລະຮ້ານອາຫານ ຢູ່ທີ່ບ້ານໂນນມີໄຊ ເມືອງລະມາມ ແຂວງເຊກອງ ໃນເນື້ອທີ່ 20.917 ຕາແມັດ, ມູນຄ່າເຊົ່າປີເລີ່ມຕົ້ນສັນຍາ 3.108,32 ໂດລາສະຫະລັດຕໍ່ປີ, ອາຍຸສັນຍາສຳປະທານ 30 ປີ ສາມາດຕໍ່ໄດ້ໃນຂອບສັນຍາເດີມ, ຄ່າເຊົ່າເພີ່ມຂຶ້ນ 5% ທຸກໆ 5 ປີ ໂດຍໃຫ້ເລີ່ມເກັບຄ່າເຊົ່ານັບແຕ່ມື້ໂຄງການກໍ່ສ້າງສໍາເລັດ ແລະ ເປີດບໍລິການຢ່າງເປັນທາງການ ຊຶ່ງຄາດວ່າຈະສໍາເລັດໃນຕົ້ນປີ 2026.
ຂ່າວ-ພາບ: ສັນຍາ




