ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງເຊກອງ ເອົາໃຈໃສ່ກວດກາສິນຄ້າເຊື່ອມຄຸນນະພາບ

Apr 7, 2025

ໂດຍປະຕິບັດຕາມແຈ້ງການ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0724 ລົງວັນທີ 3 ເມສາ 2025 ໃນວັນທີ 7 ເມສາ 2025 ນີ້, ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ນຳໂດຍ ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ, ເຈົ້າໜ້າທີ່ກວດກາການຄ້າໄດ້ລົງເຄື່ອນໄຫວຕິດຕາມ ກວດກາສິນຄ້າໝົດອາຍຸ ແລະ ສິນຄ້າເຊື່ອມຄຸນນະພາບ ທີ່ບໍ່ໄດ້ມາດຕະຖານ ຢູ່ຕະຫລາດສົດເມືອງລະມາມ ກໍຄື ແຂວງເຊກອງ.
ໃນການລົງຄັ້ງນີ້, ກໍ່ເພື່ອຊີ້ນໍາບໍ່ໃຫ້ຮ້ານຄ້າຕ່າງໆຕິດລາຄາ ຫລື ຂາຍລາຄາສິນຄ້າເປັນເງິນຕາຕ່າງປະເທດ; ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນໃນໄລຍະບຸນປີໃໝ່ລາວ ພສ 2568, ພ້ອມທັງ ກວດກາສິນຄ້າສະບຽງອາຫານ ປະເພດເຂົ້າກິນ, ຊິ້ນໝູ, ໄກ່ພັນ, ປານິນ, ໄຂ່ໄກ່ ລວມທັງສິນຄ້າອຸປະໂພກ-ບໍລິໂພກອື່ນໆ ໃຫ້ສາມາດຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມໃນໄລຍະເທສະການບຸນປີໃໝ່ລາວ ພສ 2568 ທີ່ຈະມາເຖິງນີ້.