ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງໄຊຍະບູລີ ຈູດທຳລາຍຢາເສບຕິດ ທີ່ສານຕັດສິນແລ້ວ.

Jun 26, 2025

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ, ແຂວງໄຊຍະບູລີ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ທີ່ສານຕັດສິນແລ້ວ ໃນຕອນເຊົ້າວັນທີ 26 ມິຖຸນາ 2025 ຢູ່ທີເດີ່ນສະໜາມຫລວງຂອງແຂວງໄຊຍະບູລີ, ເຂົ້າຮ່ວມໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງໄຊຍະບູລີ, ພ້ອມດ້ວຍການນຳພັກ-ລັດຈາກທຸກພະແນກການອ້ອມຂ້າງເມືອງ, ນາຍບ້ານ, ນັກຮຽນ, ບໍລິສັດ ເຂົ້າຮ່ວມ.
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງໄຊຍະບູລີ ກ່າວຕໍ່ພິທີວ່າ: ປີຜ່ານມາອົງການປົກຄອງແຂວງໄຊຍະບູລີ ກໍຄືກໍາລັງປ້ອງກັນຄວາມສະຫງົບແຂວງ-ເມືອງ, ການຈັດຕັ້ງທຸກຂັ້ນໄດ້ຖືເອົາການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດໜຶ່ງທີ່ສໍາຄັນໂດຍໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວ ໃນນີ້ໄດ້ເຄື່ອນໄຫວໂຄນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ມະຕິ, ຄໍາສັ່ງ ຂອງພັກ-ລັດກຽ່ວກັບບັນຫາຢາເສບຕິດ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມ ໃຫ້ປະຊາຊົນບັນດາເຜົ່າເປົ້າໝາຍທີ່ມີຄວາມສ່ຽງຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດໄດ້ 254 ຄັ້ງ, ມີຜູ້ເຂົ້າຮ່ວມ 31.522 ຄົນ, ຍິງ 14.595 ຄົນ, ໄດ້ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາໃຫ້ປອດຢາເສບຕິດ ທົ່ວແຂວງມີໂຮງຮຽນປອດຢາເສບຕິດ 88 ແຫ່ງ, ບ້ານປອດຢາເສບຕິດ 258 ບ້ານ, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ໃນໂຄງການປູກພືດທົດແທນການປູກຝິ່ນ, ໄດ້ຮັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ເຂົ້າບໍາບັດ, ປິ່ນປົວຢູ່ບັນດາສູນ, ໂຮງໝໍຊຸມຊົນ ແລະ ຄ້າຍດັດສ້າງບັນດາເມືອງ ຈໍານວນ 396 ຄົນ, ຍິງ 7 ຄົນ, ບໍາບັດປິ່ນປົວດີສົ່ງໃຫ້ຄອບຄົວສືບຕໍ່ສຶກສາອົບຮົມ 220 ຄົນ, ຍິງ 7 ຄົນ, ພວມສືບຕໍ່ບໍາບັດ, ປີ່ນປົວ 176 ຄົນ.
ໃນປີ 2024 ທົ່ວແຂວງສາມາດມ້າງລາຍຄະດີໄດ້ 211 ເລື່ອງ, ມີຜູ້ຖືກຫາ 268 ຄົນ, ຍິງ 28 ຄົນ, ຍຶດຢາເສບຕິດປະເພດຢາບ້າໄດ້ 142,971 ເມັດ, ຢາໄອ໌ 1,182 ກິໂລກຼາມ. ໃນປີ 2024 ສານປະຊາຊົນແຂວງຕັດສິນຄະດີຢາເສບຕິດໃຊ້ໄດ້ຢ່າງເດັດຂາດ ມີ 154 ເລື່ອງ, ມີນັກໂທດ 205 ຄົນ, ຍິງ 21 ຄົນ. ຢາເສບຕິດປະເພດຕ່າງໆ ທີ່ສານຕັດສິນແລ້ວມີ ຢາບ້າ 1,321,664 ເມັດ, ນໍ້າໜັກ 142.511 ກຼາມ, ຢາເຄຕາມີນ 3 ກຼາມ.
ຂ່າວ+ພາບ: ຄໍາໝັ້ນ