ພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ ແຂວງໄຊສົມບູນ ພາຍໃຕ້ຄໍາຂັວນທີ່ວ່າ: “ທ່ອງທ່ຽວລາວປອດໄພ, ມ່ວນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ຈັດຂຶ້ນໃນວັນທີ 30 ພະຈິກ 2024 ນີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງ ແຂວງໄຊສົມບູນ ພ້ອມດ້ວຍການນໍາພັກ- ລັດຈາກສູນກາງ, ທ້ອງຖິ່ນ, ແຂກຮັບເຊີນ ແລະ ມວນຊົນຊາວແຂວງໄຊສົມບູນ ເຂົ້າຮ່ວມ.
ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຂຶ້ນກ່າວຕໍ່ພິທີຄັ້ງນີ້ວ່າ: ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ມີທີ່ຕັ້ງພູມສັນຖານເໝາະສົມ ຕັ້ງຢູ່ໃຈກາງຂອງປະເທດ, ເປັນແຂວງທີ່ມີທິວທັດທໍາມະຊາດທີ່ສວຍງາມ, ມີອາກາດເຢັນຕະຫຼອດປີ, ປະຊາຊົນມີມູນເຊື້ອ, ວັດ ທະນະທໍາ, ຮີດຄອງປະເພນີອັນດີງາມ, ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາຫຼາຍແຫ່ງເຊິ່ງທົ່ວແຂວງມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີທັງໝົດ 75 ແຫ່ງ.
ໃນນີ້ ແຫຼ່ງທ່ອງທ່ຽວທໍາມະຊາດ 59 ແຫ່ງ, ແຫຼ່ງທ່ອງທ່ຽວປະຫວັດສາດ 10 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 6 ແຫ່ງ. ທັງໝົດນັ້ນ ເປັນເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການພັດທະນາເປັນແຂວງທ່ອງທ່ຽວ ຕິດພັນກັບການບໍລິການ ແລະເຊື່ອມຈອດເຊື່ອມໂຍງ ເພື່ອກໍານົດນະໂຍບາຍການພັດທະນາເສດຖະ ກິດແຂວງໄຊສົມບູນ ຕາມ 5 ທ່າແຮງ ຄື: ດ້ານກະສິກໍາ, ການທ່ອງທ່ຽວ, ພະລັງງານໄຟຟ້າ, ບໍ່ແຮ່ ແລະ ການບໍລິການເຊື່ອມຈອດ-ເຊື່ອມໂຍງ. ໃນນີ້ ວຽກງານທ່ອງທ່ຽວ ເປັນຂະແໜງບູລິມະສິດໜຶ່ງຂອງແຂວງໄຊສົມບູນ ທີ່ພັກ ແລະ ລັດຖະບານ ໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກ, ຂົນຂວາຍ ແລະ ຍາດແຍ່ງການ ລົງທຶນໃຫ້ແກ່ການພັດທະນາການທ່ອງທ່ຽວ.
ຜ່ານການຈັດຕັ້ງປະຕິບັດມາເຖິງປັດຈຸບັນເຫັນວ່າວຽກງານການທ່ອງທ່ຽວແຂວງໄຊສົມບູນ ມີທ່າອ່ຽງເຕີບໃຫຍ່ຂະຫຍາຍຕົວດີຂຶ້ນເປັນກ້າວໆ. ສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າມາສຶກສາສໍາຫຼວດ ແລະ ພັດທະນາແຫຼ່ງທ່ອງ ທ່ຽວ ໄດ້ 9 ໂຄງການ. ໃນນີ້ ໂຄງການພັດທະນາແຫຼ່ງທ່ອງທ່ຽວມີ 5 ໂຄງການ (ໂຄງການພັດທະນາແຫຼ່ງທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ, ໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນ ບ້ານໄຊຈະເລີນ, ໂຄງການພັດທະນາແຫຼ່ງທ່ອງທ່ຽວປະຫວັດ ສາດ ພູໝອກ-ພູຕະການ, ໂຄງການພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດຜາກະຕ່າຍ, ໂຄງການພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຫ້ວຍຊູ້ ເຂດພູກະລໍ); ໂຄງການສຶກສາຄວາມ ເປັນໄປໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວ 2 ໂຄງການ ແລະ ໂຄງການພັດທະນາສະຖານທີ່ພັກແຮມ 2 ໂຄງການ.
ໃນນີ້ ໂຄງການພັດທະນາແຫຼ່ງທ່ອງທ່ຽວສະຫວັນທະເລໝອກພູເບ້ຍ ເປັນໂຄງການໃຫຍ່ທີ່ສໍາຄັນລະດັບປະເທດ ເຊິ່ງປັດຈຸບັນ ພວມດໍາເນີນການພັດທະນາ, ພາຍຫຼັງສໍາເລັດຄາດ ຄະເນວ່າຈະສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາທ່ຽວຊົມເປັນຈໍານວນຫຼວງຫຼາຍ.
ນອກຈາກນັ້ນ ພື້ນຖານໂຄງລ່າງເພື່ອຮອງຮັບການທ່ອງ ທ່ຽວເຫັນວ່າ ໄດ້ຮັບການປັບປຸງ-ກໍ່ສ້າງ ນັບມື້ນັບຂະຫຍາຍຕົວເພີ່ມຂຶ້ນ ເປັນຕົ້ນໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ ແລະ ອື່ນໆ ມາເຖິງປັດຈຸບັນຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວຢູ່ແຂວງໄຊສົມບູນ ກໍມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ.
ທ່ານກ່າວຕື່ມວ່າ: ການຈັດງານໃນຄັ້ງນີ້ຈະກາຍເປັນບາດລ້ຽວສໍາຄັນໃນການຍົກລະດັບວຽກງານການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງໄຊສົມບູນ ໃຫ້ກວ້າງຂວາງ ແລະ ສາ ມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ຢູ່ແຂວງໄຊສົມບູນ ນັບມື້ຫຼາຍຂຶ້ນ ແລະ ຈະສາມາດກະຈາຍລາຍໄດ້ສູ່ທ້ອງຖິ່ນ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໄດ້ຢ່າງຕັ້ງໜ້າ.
ຂ່າວ: ໜັງສືພິມກອງທັບ








