ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງ ສະຫວັນນະເຂດ ຈູດທໍາລາຍຢາເສບຕິດຫລາຍຊະນິດ

Oct 11, 2024

ວັນທີ 11 ຕຸລານີ້ ທີ່ສະຫນາມກິລາຫລັກ 4 ແຂວງ ສະຫວັນນະເຂດ ຈັດພິທີທຳລາຍຢາເສບຕິດ ໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບ ຮອບ 23 ປີ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ.
ທ່ານ ນ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ ທັງເປັນປະ ທານຄະນະກຳມະການສະເຫລີມສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ ໄດ້ກ່າວປະກອບຄຳເຫັນແກ່ວັນດັ່ງກ່າວວ່າ : ໃນໄລຍະ 1 ປີຜ່ານມາສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຫລັກ 26 ແຂວງ ສະຫວັນນະເຂດໄດ້ຮັບຜູ້ຕິດຢາເສບຕິດເຂົ້າປິ່ນປົວລວມທັງໝົດຈຳນວນ 1,380 ຄົນຍິງ 60 ຄົນ , ປິ່ນປົວຫາຍດີ ແລະ ກັບຄືນສູ່ຄອບຄົວແລ້ວຈຳນວນ 907 ຄົນ ຍິງ 44 ຄົນ, ສາມາດສ້າງ ແລະ ຮັບ ຮອງປະກາດບ້ານເປັນບ້ານປອດຢາເສບຕິດແລ້ວຈຳນວນ 781 ບ້ານ,ໂຮງຮຽນປອດຢາເສບຕິດຈຳນວນ 977 ແຫ່ງ,
ສະເພາະ ແຕ່ປີ 2023 ຫາເດືອນ 9 ປີ 2024 ເຈົ້າໜ້າທີ່ຕຳຫລວດໂດຍໄດ້ຮັບຄວາມຮ່ວມມືຈາກພາກສວ່ນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດໄດ້ມ້າງຄະດີຈັບກຸມຜູ້ກະທຳຜິດ ແລະ ກັກຕົວບັນຫາຫົວໂປ່ໂຕການ ຄ້າຂາຍຢາເສບຕິດລາຍໃຫ່ຍຈຳນວນໜຶ່ງມາດຳເນີນຕາມກົດໝາຍ ເຊິ່ງມີຄະດີເກີດຂື້ນທັງໝົດ ຈຳນວນ 581 ລາຍ , ຜູ້ຖຶກຫາ 925 ຄົນ ຍິງ 102 ຄົນ , ຊາວຕ່າງປະເທດ 16 ຄົນ ຍິງ 1 ຄົນ ແລະ ຢຶກຂອງກາງຄະດີປະເພດຢາບ້າໄດ້ຈຳນວນ 1,209,663 ເມັດ, ຢາໄອ 15 ກິໂລ ກຣາມກັບ 10 ຖົງນ້ອຍ , ຢາເຄ 1 ຖົງໃຫ່ຍ 121 ຖົງນ້ອຍກັບ3.4 ກຣາມ,ຢາອີ 92 ເມັດກັບ19 ກຣາມ, ເຮໂລອິນ 70 ແທ່ງໃຫ່ຍກັບ 24 ແທ່ງນ້ອຍ,ໃບກະທ້ອມ 38 ກິໂລກຣາມກັບ 162 ຖົງແລະ 8 ແກັດ,ຢາດີໄອ 599 ກວດ, ຄໍລະເຈນ 102 ຊອງ ດ ກາເຟປາຕີ້ 48 ຊອງ , ຢາເຄປະສົມໂລເຢນດີ 8 ຊອງ , ໂລເຢນດີ 37 ຊອງ , ປຸ້ມເປົ້າ 47 ໜ່ວຍ, ຖັງອົກຊີ 3 ບັ້ງ, ຢາສູບໄຟຟ້າ 339 ອັນ , ອາວຸດເສິກ 3 ກະບອກ ແລະ ໄດ້ຢຶດຊັບສິນປະເພດອື່ນໆເຊັ່ນ: ພາຫະນະ,ສິ່ງປຸກສ້າງ ແລະ ວັດຖຸມີຄ່າເປັນຈຳນວນຫລວງຫລາຍ
ໃນພິທີຍັງໄດ້ມີການຈູດທຳລາຍຢາເສບຕິດທີ່ຖຶກສານຕັດສິນຄະດີແລ້ວ ລວມມີ: ຢາບ້າຈຳນວນ 252,594 ເມັດ ,ນ້ຳໜັກ 36 ກິໂລກຣາມ 227.93 ກຣາມ,ເຮໂຣອິນຈຳນວນ 1 ແທ່ງນ້ຳໜັກ 369.042 ກຣາມ, ຢາໄອ 2 ຖົງໃຫ່ຍ 2 ຖົງກາງ 25 ຖົງນ້ອຍ, ນ້ຳໜັກ 2 ກິໂລກຣາມ85.743 ກຣາມ,ຢາອີຈຳນວນ 92 ເມັດນ້ຳໜັກ 39.914 ກຣາມ, ຄັນຊາແຫ້ງຈຳນວນ 606 ແທ່ງ10 ໂຄ້ນ ນ້ຳໜັກ 640 ກິໂລກຣາມ 650 ກຣາມ ແລະ ຢາສູບໄຟຟ້າ ຈຳນວນ 20 ອັນ.