ວັນທີ 6 ມີນາ 2024 ທີ່ເດີນກອງບັນຊາທະຫານແຂວງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ອັດຕະປື ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ພາຍໃຕ້ຄໍາຂວັນ: ລົງທຶນໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຮມ ພົມມະສານ ປະທານແນວລາວສ້າງຊາດແຂວງ, ມີ ທ່ານນາງ ບຸນນານ ບຸນນະແສງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະບໍລິຫານງານສະຫະພັນແມ່ແຂວງ, ແລະ ເອື້ອຍນ້ອງແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມ.
ພິທີທ່ານນາງ ສຸກວິໄລ ວຽງໄຊ ຮອງປະທານສະຫະພັນແມ່ແຂວງ ກ່າວຕໍ່ພິທີວ່າ: ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ພ້ອມກັນສ້າງຂະບວນການ ໂດຍເລັ່ງການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ, ການຈັດຕັ້ງປະຕິບັດແຜນການພັດທະນາແມ່ຍິງ ແລະ ແກ້ໄຂຄວາມທຸກຍາກໃຫ້ແມ່ຍິງແລະ ເດັກ ພ້ອມນີ້ ຄະນະບໍລິຫານງານສະຫະພັນແມ່ແຂວງ ຍັງໄດ້ຈັດຫຼາຍກິດຈະກໍາ, ໂດຍໄດ້ຈັດພິທີມອບ-ຮັບ ເຮືອນໃຫ້ແກ່ແມ່ຍິງ ແລະ ເດັກຍິງ ທີ່ດ້ອຍໂອກາດ ແລະ ໄດ້ຮັບຜົນກະທົບຈາກຄວາມຮຸນແຮງຢູ່ບ້ານ ທາດພະໄຊ ເມືອງ ໄຊເສດຖາ ຈໍານວນ 1 ຫຼັງ ມູນຄ່າ 64ລ້ານກວ່າກີບ ແລະ ໄດ້ຈັດການແຂ່ງຂັນກິລາບານເຕະຍິງຊິງຂັນປະທານສະຫະພັນແມ່ຍິງແຂວງ.
ຈາກນັ້ນທ່ານ ບຸນໂຮມ ພົມມະສານ ປະທານແນວລາວສ້າງຊາດແຂວງ ໄດ້ເລົ່າຫວນຄືນຄວາມເປັນມາ ຂອງວັນແມ່ຍິງສາກົນໂດຍຫຍໍ້ ຊຶ່ງກຳເນີດເກີດຂຶ້ນ ໃນທ່າມກາງທີ່ສະພາບເສດຖະກິດຂອງສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກ ຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ. ຕໍ່ສະພາບດັ່ງກ່າວ, ກຳມະກອນແມ່ຍິງ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕ່ຳ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ. ໃນວັນທີ 8 ມີນາ 1908, ແມ່ຍິງໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດອອກສຽງເລືອກຕັ້ງ ແລະ ລົງຮັບສະໝັກເລືອກຕັ້ງ, ການເດີນຂະບວນປະທ້ວງດໍາເນີນໄປ ພາຍໃຕ້ຄໍາຂວັນ: ເຂົ້າຈີ່ ແລະ ດອກກຸຫລາບ. ເຂົ້າຈີ່ ໝາຍເຖິງເສດຖະກິດດີຂຶ້ນ, ດອກກຸຫລາບໝາຍເຖິງ ຄຸນນະພາບຊີວິດທີ່ດີ; ປີ 1910, ຂະບວນການ ຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍອອກໄປສູ່ທະວີບເອີຣົບ ແລະ ໃນປີນັ້ນເອງ ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້ຈັດຂຶ້ນ ຢູ່ປະເທດດານມາກ ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ, ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ. ວັນທີ 8 ມີນາ ຈຶ່ງເປັນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດ ຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ແກ້ໄຂຊີວິດ ການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ. ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງໄດ້ຮັບການສະເຫລີມສະຫຼອງ ຢູ່ໃນຫລາຍປະເທດທົ່ວໂລກ.
ສໍາລັບລາວເຮົາ ລັດຖະບານໄດ້ມີນະໂຍບາຍ ຕໍ່ການພັດທະນາ ແລະ ປົກປອ້ງແມ່ຍິງ, ໂດຍໄດ້ລະບຸໄວ້ໃນມາດຕາ 24 ຂອງລັດທະທໍາມະນູນແຫ່ງ ສະບັບທໍາອິດ, ເຊິ່ງກໍານົດວ່າ: ຍິງ-ຊາຍ ມີສິດເທົ່າທຽມກັນ, ປີ 2004 ສະພາແຫ່ງຊາດໄດ້ຮັບຮອງກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ປີ 2005 ໄດ້ອອກດໍາລັດສະຖິຕິແຍກເພດ, ປີ 2010 ໄດ້ອອກນະໂຍບາຍແຫ່ງຊາດ ວ່າດ້ວຍການສືກສາຮຽນຮູ້, ປີ 2014 ໄດ້ອອກກົດໝາຍ ວ່າດ້ວຍຕ້ານສະກັດກັ້ນການໃຊ້ຄວາມຄວາມຮຸນແຮງ, ປີ 2020 ອອກກົດໝາຍ ວ່າດ້ວຍຄວາມສະເໜີພາບຍິງ-ຊາຍ ແລະ ໄດ້ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະຊຸດທີ 9 ໄດ້ລະບຸໃນເປົ້າໝາຍທີ 3 ຄື: ຊຸກຍູ້ ສ້າງເງື່ອນໄຂໃຫ້ການນໍາທີ່ເປັນເພດຍິງທຸກຂັ້ນໂດຍສະເລ່ຍໃຫ້ໄດ້ 20%, ສະມາຊິກສະພາປະຊາຊົນແຂວງ ແລະ ສະມາຊິກສະພາແຫ່ງຊາດເພດຍິງ ໃຫ້ໄດ້ 30%.
ຂ່າວ: ໄຊຈະເລີນ






