ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວ ເມື່ອບໍ່ດົນມານີ້ ທ່ານ ສີວິໄສ ບຸນສະຫວັດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊໄດ້ກ່າວວ່າ, ໃນປີຜ່ານມາແຂວງອຸດົມໄຊສາມາດສ້າງຄອບຄົວພົ້ນທຸກໄດ້ 3,405 ຄອບ ຄົວ, ເທົ່າກັບ 92% ຂອງແຜນການ.
ທ່ານ ສີວິໄສ ບຸນສະຫວັດ ກ່າວວ່າ: ຕໍ່ກັບວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ,ພວກເຮົາໄດ້ສຸມໃສ່ການສ້າງບ້ານພົ້ນທຸກໃໝ່ ແລະ ຜ່ານການຈັດຕັ້ງປະຕິບັດບັນລຸໄດ້ 33 ບ້ານເທົ່າກັບ 80.5% ຂອງແຜນການ, ເຊິ່ງມາ ຮອດປັດຈຸບັນທົ່ວແຂວງມີຄອບຄົວພົ້ນທຸກ 40,780 ຄອບຄົວກວມ 66.1%ຂອງຄອບຄົວທັງໝົດ ແລະ ບ້ານພົ້ນທຸກ 284 ບ້ານ ກວມ 60.8% ຂອງຈຳນວນບ້ານທັງໝົດ. ນອກນີ້, ສາມາດປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ 2 ບ້ານ ຄື ບ້ານຫຼັກ 32 ເມືອງ ໄຊ ແລະ ບ້ານ ສີບຸນເຮືອງ ເມືອງຮຸນ ເທົ່າກັບ 100% ຂອງແຜນການ ໃນນັ້ນ, ແຂວງອຸດົມໄຊໄດ້ກໍານົດເອົາເມືອງໄຊເປັນເມືອງພົ້ນທຸກ ແລະ ປະຈຸບັນກຳລັງລໍຖ້າຂໍ້ຕົກລົງຮັບຮອງຈາກລັດຖະບານ.
ທີ່ມາ: CMG FM93






