ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

 

ກອງປະຊຸມເປີດກວ້າງ ຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ໄຊຍະບູລີ ສະໄໝທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2023 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມເປັນກຽດມີ ສະຫາຍ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ, ມີການນໍາຈາກສູນກາງ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາພະແນກການ, ກົມກອງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວໃນໂອກາດໄຂກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ ເປັນການທົບທວນຄືນ ແລະ ປະເມີນຄວາມຮັບຜິດຊອບການເມືອງຂອງອົງຄະນະພັກແຂວງ ແລະ ບຸກຄົນໃນຄະນະບໍລິຫານງານພັກແຂວງໃນການນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິ VII  ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງວາງອອກ, ຕິດພັນກັບການຜັນຂະຫຍາຍມະຕິ XI ຂອງພັກ, ຍົກໃຫ້ເຫັນໄດ້ຜົນໄດ້ຮັບທີ່ເປັນປັດໃຈໃໝ່ພົ້ນເດັ່ນ ແລະ ເຫັນໄດ້ດ້ານອ່ອນຂໍ້ຄົງຄ້າງ, ສາເຫດຕົ້ນຕໍ ເພື່ອນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ, ເພື່ອສູ້ຊົນບັນລຸຄາດໝາຍວາງໄວ້ໃນມະຕິ VII ຂອງອົງຄະນະພັກແຂວງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວາງອອກໃຫ້ປະກົດຜົນເປັນຈິງ, ພ້ອມດຽວກັນກໍ່ຈະໄດ້ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງ, ດໍາເນີນການສໍາຫຼວດການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກແຂວງ ແຕ່ລະສະຫາຍໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ ແລະ ດ້ານອ່ອນຂໍ້ຂາດຕົກບົກຜ່ອງໃນແຕ່ລະດ້ານ, ແນໃສ່ເສີມຂະຫຍາຍບົດບາດຄວາມສາມາດນໍາພາຂອງພັກ ແລະ ຄວາມເປັນແບບເປັນຢ່າງແກ່ມະຫາຊົນໃຫ້ສູງເດັ່ນຂຶ້ນ, ໂດຍລວມແລ້ວຕະຫຼອດໄລຍະ 2 ປີເຄິ່ງຜ່ານມາແຂວງ ໄຊຍະບູລີ ແມ່ນສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ4,9%ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ(GDP) ບັນລຸໄດ້12.339ຕື້ກີບ, ສະເລ່ຍຕໍ່ຫົວຄົນ29.470.000ກີບຕໍ່ຄົນຕໍ່ປີຫຼືເທົ່າກັບ1.734ໂດລາສະຫະລັດ;ການປູກ-ການລ້ຽງຂອງປະຊາຊົນໄດ້ຫັນສູ່ທັນສະໄໝ ແລະ ຕິດພັນກັບການປຸງແຕ່ງ, ວຽກງານພື້ນຖານໂຄງລ່າງ ແລະ ວັດທະນະທໍາ-ສັງຄົມກໍ່ໄດ້ຮັບການພັດທະນາ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ກອງປະຊຸມເປີດກວ້າງຄັ້ງນີ້ ຜູ້ແທນກອງປະຊຸມຍັງຈະໄດ້ຄົ້ນຄ້ວາປະກອບຄໍາຄິດ-ຄໍາເຫັນ ແລະ ຮັບຮອງເອົາຮ່າງບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII, ຮ່າງບົດສະຫຼຸບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ເຄິ່ງສະໄໝ ແລະ ແຜນການສູ້ຊົນສໍາລັບທ້າຍສະໄໝ ໃຫ້ບັນລຸແຜນວາງໄວ້ ແລະ ຈະໄດ້ດໍາເນີນເປັນເວລາ 2 ວັນເຕັມຈຶ່ງຈະສໍາເລັດ.

ຂ່າວ-ພາບ:ອຸ່ນເຮືອນ ໂພທິລັກ