ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂ່ງຂັນກີລາດຶງເຊືອກສາກົນ ເປີດກວ້າງລະດັບອາຊຽນ ປະຈໍາປີ 2025

Feb 22, 2025

ສະຫະພັນກີລາດຶງເຊືອກແຫ່ງຊາດລາວ ເປັນເຈົ້າພາບ ຈັດ ການແຂ່ງຂັນກີລາດຶງ ເຊືອກສາກົນ ເປີດກວ້າງລະດັບອາຊຽນ ປະຈໍາປີ 2025 ຂຶ້ນໃນວັນທີ 20 ກຸມພາ 2025 ຢູ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ.
ການແຂ່ງຂັນຄັ້ງນີ້ ເພື່ອສ້າງຂະບວນການເຜີຍແຜ່ໃຫ້ເຍົາວະ ຊົນ ຊາວໜຸ່ມ ນັກຮຽນ ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າຮ່ວມການເຄື່ອນໄຫວກີລາດຶງເຊືອກ ຢ່າງເປັນຂະບວນການຫຼາຍຂຶ້ນ ຈາກນັ້ນ ກໍຈະສ້າງໂອກາດໃນການຄັດ ເລືອກເອົານັກກີລາທີ່ດີເດັ່ນ ເພື່ອເຂົ້າຮ່ວມບັ້ນແຂ່ງຂັ້ນຕ່າງໆ ຢູ່ທັງພາຍ ໃນ ແລະ ຕ່າງປະ ເທດ ໃນທ້າຍປີ 2025 ນີ້ ໂດຍປະຕິບັດແຜນການເຄື່ອນໄຫວຂອງສະຫະພັນກີລາດຶງເຊືອກແຫ່ງຊາດລາວ ປະຈຳປີ 2024 ແລະ 2025 ຄະນະສະຫະພັນ ໄດ້ເລີ່ມປະຕິບັດຫຼ້າຍໜ້າວຽກ ເຊັ່ນ: ປະທານ ແລະ ຄະນະ ໄດ້ຢ້ຽມຢາມທ່ານປະທານສະຫະ ພັນກີລາດຶງເຊືອກອາຊຽນ ທີ່ປະເທດໄທ ໃນທ້າຍເດືອນ 8 ປີ 2024 ແລະ ໄດ້ລາຍງານກ່ຽວກັບການປະກາດການຮັບຮອງຄະນະຜູ້ ບໍລິຫານງານສະ ຫະພັນກີລາດຶງເຊືອກແຫ່ງຊາດລາວ ຊຸດໃໝ່ ຊຸດປີ 2024-2028 ໃຫ້ປະທານສະຫະພັນດຶງເຊືອກອາຊຽນຊາບ ຈາກນັ້ນ ປະທານສະຫະພັນກີລາດຶງເຊືອກອາຊຽນ ກໍໄດ້ໃຫ້ຄໍາແນະນໍາຫຼາຍຢ່າງ ໃນນັ້ນ ແມ່ນການ ກະກຽມເຂົ້າຮ່ວມງານສາທິດກີລາດຶງເຊືອກສາກົນ ໃນມະຫະກຳກີລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ທ້າຍປີ 2025.
ການແຂ່ງຂັນຄັ້ງນີ້ ມີ 4 ປະເທດເຂົ້າຮ່ວມ ຄື: ສປປ ລາວ ເຈົ້າ ພາບ ຍີ່ປຸ່ນ ມາເລເຊຍ ແລະ ໄທ ແຂ່ງຂັນທັງໝົດ 3 ປະເພດຄື: ປະເພດທີມຊາຍ ມີ 5 ທີມ ປະເພດທີມຍິງ ມີ 2 ທີມ ແລະ ປະເພດທີມປະສົມຍິງ-ຊາຍ ມີ 2 ທີມ.
ຜ່ານການແຂ່ງຂັນ ຜົນປາກົດວ່າ: ປະເພດທີມຊາຍ ຊະນະ ເລີດ ແມ່ນປະເທດມາເລເຊຍ ໄດ້ຮັບຫຼຽນຄໍາ ພ້ອມຂັນລາງວັນ 1 ໜ່ວຍ.
ຮອງຊະນະເລີດ ປະເທດໄທ ໄດ້ຮັບຫຼຽນເງິນ ພ້ອມຂັນລາງວັນ 1 ໜ່ວຍ.
ອັນດັບ 3 ສປປ ລາວ A ໄດ້ຮັບຫຼຽນທອງ ພ້ອມຂັນລາງ ວັນ 1 ໜ່ວຍ.
ອັນດັບ 4 ແມ່ນປະເທດຍີ່ປຸ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ
ສ່ວນປະເພດທີມຍິງ ຊະນະເລີດ ສປປ ລາວ ໄດ້ຮັບຫຼຽນຄໍາ ພ້ອມຂັນລາງ ວັນ 1 ໜ່ວຍ.
ຮອງຊະນະເລີດ ປະເທດໄທ ໄດ້ຮັບຫຼຽນເງິນ ພ້ອມຂັນລາງ ວັນ 1 ໜ່ວຍ.
ປະເພດທີມປະສົມ ຊະນະເລີດ ປະເທດໄທ ໄດ້ຮັບຫຼຽນຄໍາ ພ້ອມຂັນລາງວັນ 1 ໜ່ວຍ ແລະ ຮອງຊະນະເລີດ ສປປ ລາວ ໄດ້ຮັບຫຼຽນເງິນ ພ້ອມຂັນລາງວັນ 1 ໜ່ວຍ.
Cr: ສີພອນ