ສູນຄະນິດຄິດໄວ ສະມາດແມ໊ດ ( Smart math ) ຈັດແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ VII ສ້າງປະສົບການ ແລະ ໂອກາດສໍາລັບເດັກໃນການສະແດງອອກດ້ານຄວາມສາມາດທາງຄະນິດສາດ ແລະ ທັກສະການຄິດຄຳນວນເລກ, ຈະໄດ້ຝຶກປະສົບການເຮັດວຽກພາຍໃຕ້ຄວາມກົດດັນ ແລະ ກະຕິກາຂອງການແຂ່ງຂັນໃນເລື່ອງຂອງເວລາ.
ກິດຈະກໍາດັ່ງກ່າວຂັດຂຶ້ນໃນວັນທີ 27 ຕຸລາ 2024 ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ມີນ້ອງໆນັກຮຽນຈາກສູນຄະນິດຄິດໄວ ຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງເຂົ້າຮ່ວມ.
ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການ ສູນຄະນິດຄິດໄວ ສະມາດແມ໊ດ ກ່າວວ່າ: ການຈັດການແຂ່ງຂັນໃນຄັ້ງນີ້ແນໃສ່ສົ່ງເສີມໃຫ້ເຍົາວະຊົນລາວ ມີຄວາມສົນໃຈ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງຄະນິດສາດ ທັງເປັນການວັດໄອຄິວ, ພັດທະນາທັກສະ, ຄວາມໃສ່ໃຈໃນການຮຽນຄະນິດສາດຫຼາຍຂຶ້ນ; ຝຶກທັກສະຄວາມສາມາດ ແລະ ພັດທະນາຄວາມພ້ອມຂອງເຍົາວະຊົນລາວ.
ສໍາລັບການແຂ່ງຂັນໃນຄັ້ງນີ້ມີນັກຮຽນເຂົ້າຮ່ວມແຂ່ງຂັນຈໍານວນ 169 ນ້ອງ, ແບ່ງເປັນ 3 ກຸ່ມອາຍຸ ຄື: ກຸ່ມ A ມີອາຍຸ 5 ຫາ 7 ປີ, ກຸ່ມ B ມີອາຍຸ 7+ ຫາ 10 ປີ ແລະ ກຸ່ມ C ມີອາຍຸ 10+ ຫາ 15 ປີ ເຊິ່ງທຸກລະດັບການແຂ່ງຂັນເຮັດຂໍ້ສອບທັງ 2 ປະເພດ ຄື: ຂໍ້ສອບຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫຼັກ ຈຳນວນ 100 ຂໍ້ ໃຊ້ເວລາ 15 ນາທີ ສໍາລັບກຸ່ມ A, ສ່ວນກຸ່ມ B ແລະ C ແມ່ນໃຊ້ເວລາ 10 ນາທີ ແລະ ທຸກກຸ່ມແມ່ນບອກຄໍາປາກເປົ່າ ຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫຼັກ ຈໍານວນ 50 ຂໍ້ ແລ້ວຄັດເອົາຜູ້ທີ່ມີຄະແນນສູງສຸດ 1 ຫາ 3 ຄື: ຜູ້ຊະນະເລີດທີ 1, ທີ 2 ແລະ ທີ 3.
ຜົນການແຂ່ງຂັນກຸ່ມ A ຊະນະເລີດທີ 1 ແມ່ນ ນາງ ນະມົນ ແກ້ວນະຄອນ ໄດ້ 138 ຄະແນນ ຈາກທັງໝົດ 150 ຄະແນນ, ອັນດັບ 2 ນາງ ຍິ່ງລັກ ພິຈິດ ແລະ ອັນດັບທີ 3 ທ້າວ ພິລະພັດ ພອນສໍາເລັດ ມອບຂັນລາງວັນໂດຍ ທ່ານ ພົງສິລິ ທອງແຖມ ນະອະຍຸດທະຍາ ຕາງໜ້າບໍລິສັດເຈບີ ຂາອອກ-ຂາເຂົ້າ ຈໍາກັດ; ກຸ່ມ B ຊະນະເລີດແມ່ນ ທ້າວ ເພັງລີ ຈິດສະຢ່າ, ອັນດັບທີ 2 ນາງ ພອນວິໄລ ພານີວົງ, ອັນດັບທີ 3 ທ້າວ ກຽດຕິຄຸນ ວິໄລວັນ ມອບຂັນລາງວັນໂດຍ ທ່ານ ທະວັດໄຊ ແພ່ແສງອ່ຽນ ຜູ້ອໍານວຍການໃຫຍ່ ST Bank; ກຸ່ມ C ຊະນະເລີດທີ 1 ແມ່ນ ທ້າວ ໂຊກນໍາເຮັງ ສີໃສແກ້ວ, ອັນດັບທີ 2 ນາງ ສິລິປັນຍາ ສັກດາວົງ ແລະ ອັນດັບ 3 ນາງ ດາວພະສຸກ ເມືອງວົງ ມອບລາງວັນໂດຍ ທ່ານ ອາຈານ ອໍາພອນ ບົວພະຈັນໄຊ ຮອງອໍານວຍການສະຖາບັນຣັຕະນາ ບໍລິຫານທຸລະກິດ.
ສູນຄະນິດຄິດໄວ ສະມາດແມ໊ດ ມີ 2 ຫຼັກສູດຄື: ຫຼັກສູດແຮັບປີແມ໊ດ ( Happy Math ) ທີ່ເປັນຫຼັກສູດ “ຄະນິດສາດແທ້ໆ” ທີ່ມີຮຽນຢູ່ຕາມໂຮງຮຽນທົ່ວໄປ Happy Math ເປັນຫຼັກສູດສໍາລັບຊັ້ນອານຸບານ-ຊັ້ນມັດທະຍົມ ທີ່ອອກແບບມາເພື່ອໃຫ້ນ້ອງນັກຮຽນ ຝຶກເຮັດໄດ້ດ້ວຍຕົນເອງ ທຸກຮູບແບບຂອງການແກ້ໂຈດ ທາງຄະນິດສາດ ເພື່ອຄວາມເປັນເລີດ ທາງຄະນິດສາດ ແລະ ເປັນ ຫຼັກສູດທີ່ເໝາະກັບນ້ອງນັກຮຽນທີ່ກຽມຕົວສອບເສັງ “ແຂ່ງຂັນນັກຮຽນເກັ່ງ ວິຊາຄະນິດສາດ”; ສໍາລັບຫຼັກສູນຄະນິດຄິດໄວ ສະມາດແມ໊ດ ( Smart Math ) ເປັນຫຼັກສູດທີ່ພັດທະນາສັກກາຍະພາບຂອງນ້ອງນັກຮຽນໃຫ້ມີສະມາທິທີ່ດີຢ່າງຕໍ່ເນື່ອງ, ໃຫ້ມີຫຼັກການຄິດທີ່ເປັນເຫດ ແລະ ຜົນ, ໃຫ້ມີຄວາມໝັ້ນໃຈໃນຕົນເອງ. ດັ່ງນັ້ນ, ສູນຄະນິດຄິດໄວ ສະມາດແມ໊ດ ເປັນສູນພັດທະນາໄອຄິວ ແລະ ອີຄິວ ສໍາລັບເດັກ ອາຍຸ 5-15 ປີ, ເດັກຈະຮຽນໜັງສືໄດ້ດີ, ຮຽນເກັ່ງ, ມີຄວາມເຊື່ອໝັ້ນໃນຕົນເອງ, ມີສະມາທິສູງ, ກ້າສະແດງອອກ ແລະ ມີວິທີຄິດຈິນຕະນາການທີ່ດີ ເພື່ອກ້າວເຂົ້າສູ່ການເປັນຜູ້ໃຫຍ່ ທີ່ມີຄຸນນະພາບ ແລະ ປັດຈຸບັນນີ້ສູນຄະນິດຄິດໄວ ສະມາດແມ໊ດມີ 6 ສູນ ຄື: ຢູ່ນະຄອນຫຼວງວຽງຈັນມີ ສູນໃຫຍ່ ບ້ານໂຊກນ້ອຍ ເມືອງໄຊເສດຖາ, ສູນໂສກປ່າຫຼວງ, ສູນເຮືອນຮຽນຮູ້ຮ່ວມສໍາລັບເດັກ ດອນໜູນ, ສູນໂຮງຮຽນສິນໄຊ, ສູນປາກເຊ ແຂວງຈໍາປາສັກ; ໂຮງຮຽນໂຊກວັດທະນາ ທ່າແຂກ ແຂວງຄໍາມ່ວນ.
ປັດຈຸບັນທາງສູນຄະນິດຄິດໄວ ສະມາດແມ໊ດ ໄດ້ເປີດກວ້າງໃຫ້ແກ່ບຸກຄົນທົ່ວໄປທີ່ສົນໃຈໃນທຸລະກິດ “ ເພື່ອສັງຄົມ ພັດທະນາເດັກ ອາຍຸ 5-15 ປີ ” ໂດຍການຮ່ວມມືກັນ ເປີດສູນສະມາດແມ໊ດໄປທົ່ວປະເທດ ແລະ ໂຮງຮຽນຕ່າງໆ ທີ່ສົນໃຈຈະນໍາຫຼັກສູດ ສະມາດແມ໊ດ ເຂົ້າໄປສອນໃນໂຮງຮຽນຂອງທ່ານເອງ ເປັນການສົ່ງເສີມໃຫ້ເດັກ ແລະ ເຍົາວະຊົນທົ່ວປະເທດລາວ ໄດ້ມີໂອກາດໃນການຮຽນຮູ້ ເພື່ອໃຫ້ເກັ່ງຄະນິດສາດກັນທຸກຄົນ.
ທີ່ມາ: ເສດຖະກິດການຄ້າ






